ກອງປະຊຸມ ປະຈໍາປີ 2021 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ

ກອງປະຊຸມປະຈຳປີ 2021 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ມັງກອນ 2022 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກການ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 1 ປີ ຜ່ານມາ ວ່າ: ການປະຕິບັດພາລະບົດບາດດ້ານນິຕິບັນຍັດ ແລະ ດ້ານນິຕິກຳ ແມ່ນໄດ້ເຂົ້າຮ່ວມພິຈາລະນາຮັບຮອງເອົາວິໄສທັດ, ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX ( 2021-2025 ) ມີທັງໝົດ 96 ສະບັບ, ໃນນັ້ນ ກົດໝາຍສ້າງໃໝ່ 36 ສະບັບປັບປຸງ 58 ສະບັບ, ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍໃນກອງປະຊຸມສະໄໝວິສາມັນ ແລະ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຈຳນວນ 16 ສະບັບ, ກົດໝາຍ ສ້າງໃໝ່ 4 ສະບັບ, ປັບປຸງ 16 ສະບັບ, ຮັບຮອງເອົາການແຕ່ງຕັ້ງບັນດາບຸກຄະລາກອນຕ່າງໆຕາມກົດໝາຍ, ລົງໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ແລະ ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ໄດ້ທັງໝົດ 61 ຈຸດ ໃນນັ້ນ ມີ 55 ບ້ານ, 4 ກົມກອງ ແລະ 4 ສຳນັກເມືອງ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 3.404 ຄົນ, ຍິງ 1.321 ຄົນ, ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ປະຊາຊົນ ລວມມູນຄ່າ 81 ລ້ານກວ່າກີບ.

ເຂົ້າຮ່ວມຮັບຟັງພິທີປາຖະກະຖາວັນສຳຄັນຕ່າງໆຂອງຊາດ ແລະ ຂອງແຂວງ ຕາມການແຈ້ງເຊີນຂອງພາກສ່ວນຕ່າງໆ ທັງໝົດ 9 ຄັ້ງ, ເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນ ແບບທາງໄກ ກ່ຽວກັບກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ລະຫວ່າງ ສະພາແຫ່ງຊາດ ສປປ ລາວ ແລະ ສະພາແຫ່ງຊາດ ສສ ຫວຽດນາມ, ເຂົ້າຮ່ວມພົບປະແລກປ່ຽນບົດຮຽນ ລະຫວ່າງປະທານສະພາແຫ່ງຊາດ ສປປ ລາວ ກັບ ຄະນະຜູ້ແທນສະພາແຫ່ງຊາດ ສສ ຫວຽດນາມ.

ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນພິຈາລະນາ ແລະ ຮັບຮອງແຜນການ 5 ປີ (2021-2025), ບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ແລະ ບົດລາຍງານການຕິດຕາມກວດກາ, ຊຸກຍູ້ ໂຄງການຊອກຄົ້ນ, ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ພາຍໃນແຂວງບໍລິຄໍາໄຊ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ, ມີພາລະບົດບາດດ້ານນິຕິບັນຍັດ, ການຕົກລົງບັນຫາສຳຄັນພື້ນຖານຂອງຊາດ ແລະ ການຕິດຕາມກວດກາ ເຊິ່ງເປັນການປະກອບສ່ວນອັນສຳຄັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະກົດໝາຍ ແນ່ໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບສຸກ ເປັນລະບຽບຮຽບຮ້ອຍ, ກ້າວເຂົ້າສູ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍເທື່ອລະກ້າວ.

About admins16