ປະກາດ 02 ບ້ານ ຂອງເມືອງໄຊຈຳພອນ ເປັນບ້ານພົ້ນທຸກ

ໃນລະຫວ່າງວັນທີ່ 29 – 30 ມີຖຸນາ 2022 ຢູ່ບ້ານວັງບານ ແລະ ບ້ານ ໂພນຄໍາເມືອງໄຊຈໍາພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດຮັບຮອງຄອບຄົວ ແລະ ເປັນບ້ານພົ້ນອອກຈາກຄວາມທຸກຍາກ ຂອງເມືອງໄຊຈຳພອນ, ໂດຍການເຂົ້າຮ່ວມຂອງທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ, ທ່ານ ວົງສີ ທອງສີອີນທະປັນຍາ ຫົວໜ້າໂຄສະນາອົບຮົມແຂວບໍລິຄຳໄຊ, ມີພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ແຂກຖືກເຊີນຈາກຫ້ອງການອ້ອມຂ້າງເມືອງ, ບ້ານ ແລະ ພໍ່ແມ່ປະຊາຊົນທັງ 2 ບ້ານ ເຂົ້າຮ່ວມ.

ບ້ານວັງບານ ມີ 03 ເຜົ່າ ດໍາລົງຊີວິດຢູ່ຮ່ວມກັນ, ມີ 105 ຫຼັງຄາເຮືອນ, 151 ຄອບຄົວ, ມີປະຊາກອນ ທັງໝົດ 703 ຄົນ, ຍີງ 326 ຄົນ, ໃນນັ້ນ ເຜົ່າມົ້ງ ກວມ 46,46%, ເຜົ່າຕູມ ກວມ 45,16% ແລະ ເຜົ່ລາວລຸ່ມ ກວມ 8,08%, ສ່ວນບ້ານໂພນຄໍາມີ 03 ເຜົ່າ ດໍາລົງຊີວິດຢູ່ຮ່ວມກັນ, ມີ 98 ຫຼັງຄາເຮືອນ, 98 ຄອບຄົວ, ມີປະຊາກອນ ທັງໝົດ 679 ຄົນ, ຍີງ 308 ຄົນ, ໃນນັ້ນ ເຜົ່າມົ້ງ ກວມ 40%, ເຜົ່າຕູມ ກວມ 55% ແລະ ເຜົ່ລາວລຸ່ມ ກວມ 5%, ປະຊາຊົນທັງ 02 ບ້ານ ຖືອາຊີບເຮັດນາ ກວມ 80%, ເຮັດໄຮ່ ໝູນວຽນ ກວມ 20%, ປູກຝັງ ກວມ 10%, ລ້ຽງສັດ ກວມ 70% ແລະ ຄ້າຂາຍ 30%, ບ້ານວັງບານມີຄອບຄົວທັງໝົດ 105 ຄອບຄົວ, ມີຄອບຄົບພົ້ນທຸກ 75 ຄອບຄົວ ກວມເອົາ 71,43% ແລະ ບ້ານໂພນຄໍາມີຄອບຄົວທັງໝົດ 98 ຄອບຄົວ, ມີຄອບຄົບພົ້ນທຸກ 70 ຄອບຄົວ ກວມເອົາ 71,43%.

ຜ່ານການກວດກາ ແລະ ປະເມີນ ຕາມດໍາລັດ 348/ລບ ບ້ານວັງບານ ແລະ ບ້ານ ໂພນຄຳ ສາມາດບັນລຸຕາມຄາດໝ!ຍ ແລະ ສາມາດຮັບຮອງເປັນບ້ານພົ້ນອອກຈາກຄວາມທຸກຍາກ ທັງ 2 ບ້ານຂອງເມືອງໄຊຈໍາພອນຢ່າງ, ພ້ອມນັ້ນ ການນໍາເມືອງໄຊຈຳພອນ ຍັງໄດ້ມອບ ແຄນລາວ ແລະ ພິນ ເພື່ອເປັນທີ່ລະນືກໃຫ້ກັບບ້ານ.

ມາໃນຕອນທ້າຍພິທີ ຄະນະປະທ່ານ, ແຂກ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າກໍ່ໄດ້ພ້ອມກັນເຂົ້າຮ່ວມພິທີ່ຕັດແຖບຜ້າ, ເປີດປ້າຍ, ລັ່ນຄອງ 09 ບາດ ເພື່ອເປັນການເປີດພິທີຢ່າງເປັນທາງການ.

About admins16