ມອບອຸປະກອນການແພດໃຫ້ໂຮງໝໍນ້ອຍຢູ່ ເມືອງ ໄຊຈຳພອນ ແຂວງ ບໍລິຄຳໄຊ

ໃນລະຫວ່າງວັນທີ່ 30 ມິຖຸນາ ຫາ ວັນທີ່ 1 ກໍລະກົດ 2022 ແຄຣິຕັສລຸກຊຳບວກ ປະຈໍາລາວ ຊຶ່ງຕາງໜ້າໂດຍ ທ່ານ ດຣ ບຸນຍັງ ລັດສະໜີ ຫົວໜ້າແຜນງານສຸຂະພາບໂພຊະນາການຮ່ວມກັບຄະນະກຳມະການຄຸ້ມຄອງໂຄງການ, ທ່ານ ສ້ອຍມະນີຈັນ ເນັ່ງປ່າວ ຄະນະປະຈຳພັກເມືອງ ປະທານກວດກາ ພັກ-ລັດ ເມືອງ, ທ່ານ ດຣ ຈັນທອນ ຄູຫາເທບ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງບໍລິຄຳໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ນຳເອົາເອົາອຸປະກອນການແພດຈຳນວນໜື່ງ ເພື່ອໄປມອບໃຫ້ໂຮງໝໍນອ້ຍເຂດໂພນສີ, ໂຮງໝໍນອ້ຍເຂດນາແຈງ ແລະ ໂຮງໝໍນອ້ຍເຂດບ້ານເມືອງຈຳ.

ສໍາລັບອຸປະກອນການແພດທີ່ນຳມາມອບໃຫ້ໂຮງໝໍນ້ອຍໃນຄັ້ງນີ້ ມີ: ໝໍ້ອົບ, ອຸປະກອນການແພດຂະໜາດກາງ ແລະ ໃຫຍ່, ເຄື່ອງກວດເລືອດ, ຊິງນອນສໍາລັບຊັ່ງເດັກເກີດ, ເຄື່ອງຮົມຢາຂະໜາດໃຫຍ່, ບາຫຼອດວັດແທກອຸນຫະພູມ, ເຄື່ອງແທກຕັ້ງຊົ້ງແບບໃຊ້ມືກົດ, ຈັກດູດສະເຫຼດ, ຊິງຊັ່ງນ້ຳໜັກ, ເຄື່ອງກວດທ້ອງແມ່ມານ, ເຊືອກແມັດວັດແທກ, ອູ່ຊັ່ງນ້ຳໜັກເດັກ, ຊິງຊັ່ງທີ່ມີໄມ້ວັດແທກລວງສູງຕິດນຳ, ບັງອົກຊີເຈນ ແລະ ໄມ້ວັດແທກເດັກນ້ອຍ, ລວມມູນຄ່າທັງໝົດ 217.807.000 ກີບ, ຕາງໜ້າມອບໂດຍ ທ່ານ ດຣ ຈັນທອນ ຄູຫາເທບ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງບໍລິຄຳໄຊ, ເປັນກຽດຮັບໂດຍແມ່ນ ທ່ານ ສ້ອຍມະນີຈັນ ເນັ່ງປ່າວ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດ ເມືອງ.

ຈຸດປະສົງຂອງການມອບເຄື່ອງອຸປະກອນການແພດໃຫ້ໂຮງໜໍນ້ອຍໃນຄັ້ງນີ້ ກໍເພື່ອປະກອບໃຫ້ສະຖານທີ່ໃຫ້ບໍລິການ ດ້ານສາທາລະນະສຸກຂັ້ນທ້ອງຖີ່ນ ມີອຸປະກອນທີ່ພຽງພໍ ແລະ ທັນສະໄໝໃນການໃຫ້ບໍລິການ ເພື່ອຍົກລະດັບຄຸນນະພາບ ຂອງການບໍລິການດ້ານສາທາລະນະສຸກ ແລະ ເພີ່ມທະວີການເຂົ້າເຖີງຊຸມຊົນທ້ອງຖີ່ນ, ອີກດ້ານໜື່ງ ກໍເພື່ອຊ່ວຍຫຼຸດຜ່ອນບັນຫາສຸກຂະພາບຂອງຄົນຢູ່ໃນຊຸມຊົນທ້ອງຖີ່ນ ໂດຍສະເພາະກໍແມ່ນຊ່ວຍຫຼຸດຜ່ອນອັດຕາການຂາດສານອາຫານຂອງຄົນຢູ່ໃນຊຸມຊົນ.

About admins16