ໂຄສະນາເຜີຍແຜ່ປູກຈິດສໍານຶກການອະນຸລັັກສັດປ່າ ແລະ ປ່າໄມ້ ໃນເຂດປ່າສະຫງວນແຫ່ງຊາດນໍ້າກະດິງ

ໃນວັນທີ 27 ມີຖຸນາ – 1 ກໍລະກົດ 2022 ທີມງານຂອງກອງຄຸ້ມຄອງປ່າສະຫງວນແຂວງບໍລິຄໍາໄຊ ໂຄງການຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າແບບປະສົມປະສານ ໄດ້ລົງໂຄສະນາເຜີຍແຜ່ປູກຈິດສໍານຶກ ກ່ຽວກັບວຽກງານຄຸ້ມຄອງ, ປົກປັກຮັກສາ, ການພັດທະນາ ແລະ ການນໍາໃຊ້ສັດປ່າ ແລະ ປ່າໄມ້ ໃນເຂດປ່າສະຫງວນແຫ່ງຊາດນໍ້າກະດິງ ຢູ່ບ້ານນາຊວງ, ບ້ານນາວັງໄຄ້, ບ້ານ ນໍ້າກ້າງ, ບ້ານຄອນຕ່າວ ແລະ ບ້ານນາໂທ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໂດຍການນໍາທີມຂອງ ທ່ານ ທອງສະຫວາດ ສີບົວຄໍາ ຮອງຫົວໜ້າກອງຄຸ້ມຄອງປ່າສະຫງວນແຂວງບໍລິຄໍາໄຊ ພ້ອມດ້ວຍທິມງານຈາກແຂວງ-ເມືອງ, ໂດຍມີພໍ່ – ແມ່ປະຊາຊົນ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ໃນການລົງໂຄສະນາເຜີຍແຜ່ຄັ້ງນີ້ ທີມງານໄດ້ນໍາເອົາບັນດານິຕິກໍາຕ່າງໆທີ່ກ່ຽວພັນກັບການອະນຸລັກສັດປ່າ ແລະ ປ່າໄມ້ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍປ່າໄມ້, ລະບຽບການຄຸ້ມຄອງສັດປ່າ ແລະ ປ່າໄມ້ ມາເຜີຍແຜ່, ພ້ອມທັງສາທິດລະຄອນ ແລະ ນໍາພາປະຊາຊົນ, ນັກຮຽນຫຼີ້ນເກມທີ່ກ່ຽວພັນກັບການອະນຸລັກສັດປ່າ ແລະ ປ່າໄມ້, ອະທິບາຍຄຸນປະໂຫຍດຂອງປ່າໄມ້, ສັດປ່າ, ວິທີການນໍາໃຊ້ແບບຖືກຕ້ອງ, ຊີ້ແຈງຜົນກະທົບຈາກການທໍາລາຍປ່າໄມ້, ສັດປ່າ.

ເປົ້າໝາຍຂອງໂຄງການ ກໍ່ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ນ້ອງນັກຮຽນໄດ້ຮັບຮູ້ເຂົ້າໃຈ ແລ້ວພ້ອມກັນອະນຸລັກປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມອຸດົມສົມບູນ, ມີການຂະຫຍາຍຕົວທາງດ້ານຊີວະນາໆພັນ ແລະ ມີຄວາມຍືນຍົງຕະຫຼອດໄປ.

About admins16