ປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງ

ພິທີປະກາດ ແຕ່ງຕັ້ງຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2022 ຢູ່ຫ້ອງປະຊຸມຂອງຕົນ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ທ່ານນາງ ແຕງທອງ ພັນປະດິດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 339/ຂບຊ ລົງວັນທີ 20 ມິຖຸນາ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ດາລາພອນ ພົນສະຫວັັດດີ ຂຶ້ນເປັນຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ.

ໂອກາດດັ່ງກ່າວ ທ່ານປະທານຍັງໄດ້ໃຫ້ທິດຊີ້ນຳ ເຊິ່ງການແຕ່ງຕັ້ງຍົກຍ້າຍບຸກຄະລາກອນ ແມ່ນເປັນວຽກປົກກະຕິເພື່ອໃຫ້ແທດເໝາະກັບການປະຕິບັດໜ້າທີ່ວຽກງານ, ທ່ານຍັງໄດ້ເນັ້ນໃຫ້ຜູ້ທີ່ຖືກແຕ່ງຕັ້ງ ຕ້ອງໄດ້ເອົາໃຈໃສ່ໃນການສຶກສາອົບຮົມ, ນຳພາແນວຄິດຂອງສະມາຊິກພັກ ແລະ ພະນັກງານຂັ້ນຂອງຕົນ ໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ, ຕ້ອງກຳແໜ້ນສິດ, ໜ້າທີ່, ພາລະບົດບາດ, ກົດໝາຍ ແລະ ລະບຽບການຂອງພັກ-ລັດ, ການນຳພາວຽກງານຕ້ອງມີແບບແຜນວິທີນຳພາຢ່າງຈະແຈ້ງ.

About admins16