ອົງການຈັດຕັ້ງມະຫາຊົນແຂວງ ບໍລິຄໍາໄຊ ເຜີຍແຜ່ນິຕິກຳ ທີ່ຕິດພັນກັບວຽກງານຊາວໜຸ່ມ

ໃນວັນທີ 30 ມິຖຸຸນາ 2022 ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ຮ່ວມກັບອົງການແນວລາວສ້າງຊາດແຂວງ, ແມ່ຍິງ, ກຳມະບານ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນແຂວງ ລົງຊຸກຍູ້ໂຄສະນາ, ເຜີຍແຜ່ ນິຕິກຳຕ່າງໆ ທີ່ຕິດພັນກັບວຽກງານຊາວໜຸ່ມ ຢູ່ບ້ານຜາເມືອງ ເມືອງບໍລິຄັນ ໂດຍມີແນວລາວສ້າງຊາດເມືອງ, ອົງການຈັດຕັ້ງມະຫາຊົນຂັ້ນບ້ານ, ນາຍບ້ານ, ຮອງນາຍບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ການລົງເຜີຍແຜ່ຄັ້ງນີ້ ຄະນະຮັບຜິດຊອບ ໄດ້ນໍາເອົາເອກະສານ ວ່າດ້ວຍການຈັດຕັ້ງເຄື່ອນໄຫວຂອງຄະນະຊາວໜຸ່ມຂັ້ນບ້ານ, ເອກະສານກ່ຽວກັບການຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ – ເຍົາວະຊົນ ມາເຜີຍແຜ່ເຊື່ອມຊຶມ, ເຊິ່ງຍົກໃຫ້ເຫັນບົດບາດຂອງຄະນະຊາວໜຸ່ມຂັ້ນຮາກຖານບ້ານ, ສິດ ແລະ ໜ້າທີ່ ຂອງຄະນະຊາວໜຸ່ມຂັ້ນບ້ານ.

ຈຸດປະສົງ ເພື່ອຍົກສູງບົດບາດເປັນເສນາທິການໃຫ້ແກ່ຄະນະພັກບ້ານ, ເຮັດໜ້າທີ່ໃນການສຶກສາອົບຮົມ, ເຕົ້າໂຮມຄວາມມສາມັກຄີ, ນໍາພາການຈັດຕັ້ງຊາວໜຸ່ມເຄື່ອນໄຫວ ແລະ ປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ, ພ້ອມກັນນັ້ນ ຍັງໄດ້ເຜີຍແຜ່ເອກະສານ ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນກັບຊາວໜຸ່ມ ເຊິ່ງຍົກໃຫ້ເຫັນບັນດາປະກົດການ ເປັນຕົ້ນ: ການພົວພັນກັບສິ່ງເສບຕິດ, ການລະເມີດກົດຈະລາຈອນ, ການຫລີ້ນກິນຟຸຍເຟືອຍ, ເສບຂ່າວຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ແລະ ຍົກໃຫ້ເຫັນຜົນຮ້າຍ ກໍ່ຄືຜົນກະທົບຈາກປະກົດການຫຍໍ້ທໍ້ດັ່ງກ່າວ.

ທ່ານ ວັນນະສິນ ສອນວິໄລ ຮຽກຮ້ອງມາຍັງຊາວໜຸ່ມ, ອົງການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ຈົ່ງຮ່ວມແຮງຮ່ວມໃຈ ປົກປ້ອງຊາວໜຸ່ມ – ເຍົາວະຊົນ ເຮັດໃຫ້ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບຊາວໜຸ່ມ – ເຍົາວະຊົນ ໃຫ້ຫລຸດໜ້ອຍຖອຍລົງ.

About admins14