ໄລຍະຜ່ານມາ ແຂວງບໍລິຄຳໄຊ ໄດ້ຮັບການຊ່ວຍເຫຼືອຈາກ ສສ ຫວຽດນາມ ດ້ານກະສິກຳ ຫຼາຍພໍສົມຄວນ

ໃນຕອນບ່າຍຂອງວັນທີ 4 ກໍລະກົດ 2022 ທ່ານ ພັດທະຈອນ ແກ້ວພຸດທະວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດຜ່ານສື່ມວນຊົນຂອງແຂວງບໍລິຄຳໄຊ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ – ຫວຽດນາມ, ຫວຽດນາມ – ລາວ ( ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ 05/9/1962 – 05/9/2022 ) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ – ຫວຽດນາມ ຄົບຮອບ 45 ປີ ( 18/7/1977-18/7/2012 ).

ທ່ານ ພັດທະຈອນ ແກ້ວພຸດທະວົງ ໄດ້ຍົກໃຫ້ເຫັນໃນການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃນໄລຍະຜ່ານມາ ວ່າ: ໃນປີ 2020 ໄດ້ຮັບການຊ່ວຍເຫຼືອຈາກ ສສ ຫວຽດນາມ ແນວພັນເຂົ້າຈ້າວ ຈໍານວນ 20.000 ກິໂລ ໂດຍໄດ້ມອບໃຫ້ເປັນກອງທຶນໝູນວຽນພາຍໃນເມືອງ ຄື: ເມືອງທ່າພະບາດ ຈຳນວນ 200 ກິໂລ, ເມືອງບໍລິຄັນ ຈຳນວນ 2.500 ກິໂລ, ເມືອງປາກກະດິງ ຈຳນວນ 410 ກິໂລ, ເມືອງວຽງທອງ ຈຳນວນ 170 ກິໂລ, ເມືອງຄຳເກີດ ຈຳນວນ 7.360 ກິໂລ, ເມືອງໄຊຈຳພອນ ຈຳນວນ 2.000 ກິໂລ ແລະ ຂະແໜງປູກຝັງໄດ້ແຈກຢາຍສົ່ງເສີມໃຫ້ປະຊາຊົນພາຍໃນເມືອງປາກຊັນ ຈຳນວນ 1.090 ກິໂລ, ລວມທັງໝົດໄດ້ແຈກຢາຍອອກ 9,740 ກິໂລ, ປັດຈຸບັນແມ່ນໄດ້ເກັບຮັກສາໄວ້ຢູ່ສາງທ່າກົກຄູນ ຍັງຄ້າງສາງ ຈຳນວນ 6.270 ກິໂລ ແລະ ຍັງຄ້າງຢູ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າພະບາດ 60 ກິໂລ, ເມືອງບໍລິຄັນ 2.500 ກິໂລ, ເມືອງໄຊຈຳພອນ 1.430 ກິໂລ.

ການແລກປ່ຽນບົດຮຽນທາງດ້ານເຕັກນິວິຊາການ ຈາກ ສສ ຫວຽດນາມ ເຊິ່ງໄດ້ສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດ ສົ່ງເສີມທາງດ້ານເຕັກນິກປູກໝາກກ້ຽງ ໃຫ້ແກ່ປະຊາຊົນ ຈຳນວນ 11 ຄອບຄົວ, ແລະ ໄດ້ສະໜອງເບ້ຍໝາກກ້ຽງໃຫ້ປະຊົນຈຳນວນ 3.202 ເບ້ຍ, ມີການແລກປ່ຽນບົດຮຽນຂອງຜູ້ປະກອບການລ້ຽງສັດ ຂອງ ສສ ຫວຽດນາມ ແລະ ຜູ້ປະກອບການລ້ຽງສັດ ຂອງແຂວງບໍລິຄຳໄຊ.

ນັບແຕ່ປີ 2017 – 2022 ແຂວງບໍລິຄຳໄຊ ປະຊາຊົນຢູ່ໃນເຂດບ້ານລຽບຕາມຊາຍແດນລາວ ຫວຽດນາມ ໄດ້ໄປມາຫາສູ່ຄ້າຂາຍຮ່ວມກັນ ໂດຍສະເພາະແມ່ນສິນຄ້າກະສິກໍາທີ່ຜະລິດຢູ່ໃນເຂດລຽບຊາຍແດນ ຊຶ່ງໄດ້ຊ່ວຍປັບປຸງຊີວິດການເປັນຢູ່ໃຫ້ປະຊາຊົນເຂດຊົນນະບົດດີຂື້ນເທື່ອລະກ້າວ.

ການຄຸ້ມຄອງ ທາງດ້ານການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານພືດ ຜະລິດຕະພັນພືດ, ຜະລິດຕະພັນສັດ ຢູ່ດ່ານສາກົນ ເຈົ້າໜ້າທີ່ກັກກັນພືດ ແລະ ສັດ ທັງສອງປະເທດ ກໍ່ໄດ້ມີການຮ່ວມມື, ແລກປ່ຽນບົດຮຽນ ເຊີ່ງກັນ ແລະ ກັນ, ໄດ້ອຳນວຍຄວາມສະດວກທາງດ້ານການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ໂດຍພາຍໃຕ້ເງື່ອນໄຂ ແລະ ລະບຽບກົດໝາຍທັງສອງປະເທດ.

ການສົ່ງອອກພືດ, ຜະລິດຕະພັນພືດ ປີ 2021: ປະເພດເຂົ້າກິນ (ເຂົ້າສານໜຽວ, ເຂົ້າເປືອກໜຽວ): ຈຳນວນ 7.274 ໂຕນ, ມູນຄ່າ 1.506.700 ໂດລາ. 2), ປະເພດພືດອຸດສາຫະກຳ(ມັນຕົ້ນແຫ້ງ, ມັນຕົ້ນດິບ ແລະ ຢາງພາລາກ້ອນ): ຈຳນວນ 76.946 ໂຕນ, ມູນຄ່າ 14.546.680 ໂດລາ, ປະເພດແປ້ງ, ກາກ (ແປ້ງມັນຕົ້ນ, ກາກມັນຕົ້ນ): ຈຳນວນ 32.672 ໂຕນ, ມູນຄ່າ 10.414.080 ໂດລາ, ປະເພດເຂົ້າກິນ (ເຂົ້າສານໜຽວ, ເຂົ້າສານຈ້າວ): 8.016 ໂຕນ, ມູນຄ່າ 2.164.814 ໂດລາ, ປະເພດພືດຜັກ 1.148 ໂຕນ, ມູນຄ່າ 372.479 ໂດລາ, ປະເພດພືດອຸດສາຫະກຳ (ສາລີອາຫານສັດ, ໃບຢາສູບແຫ້ງ) 1.519 ໂຕນ, ມູນຄ່າ 1.018.465 ໂດລາ. 4, ປະເພດໝາກໄມ້: 1.031 ໂຕນ, ມູນຄ່າ 137.115 ໂດລາ, ປະເພດແປ້ງ (ແປ້ງເຂົ້າຈີ່) 975 ໂຕນ, ມູນຄ່າ 37.749 ໂດລາ, ສິນຄ້າດ້ານການລ້ຽງສັດທີ່ນຳເຂົ້າຈາກປະເທດ ສສ ຫວຽດນາມ ມີຈຳນວນ 18 ລາຍການ ຄິດເປັນມູນຄ່າ 12.441 ໂດລາ.

ໃນໄລຍະຜ່ານມາ ລັດຖະບານ ສສ ຫວຽດນາມ ໄດ້ຊ່ວຍເຫຼືອລ້າ ເຂົ້າໃນວຽກງານຊົນລະປະທານ ຢູ່ເມືອງວຽງທອງ 3 ໂຄງການ ຄື: ໂຄງການຊົນລະປະທານ ບ້ານໂຮມຈະເລີນ ມູນຄ່າ 508.957.825 ກີບ, ໂຄງການ ຊົນລະປະທານ ບ້ານສີວິໄລ ມູນຄ່າ 419.507.132 ກີບ ແລະ ໂຄງການຊົນລະປະທານ ບ້ານນາເພີນ ມູນຄ່າ 94.577.330ກີບ, ລວມມູນຄ່າທັງສາມໂຄງການ 1.023.042.287 ກີບ, ສາມໂຄງການແມ່ນ ບໍລິສັດພັດທະນາ ເຂດພູດອຍ ສສ ຫວຽດນາມ ເປັນຜູ້ຊ່ວຍ, ປະຈຸບັນແມ່ນໄດ້ສ້ອມແປງສຳເລັດແລ້ວ 100% ແລະ ໄດ້ມອບຮັບເປັນ ທາງການແລ້ວ.

ນອກນັ້ນ, ບໍລິສັດເອກະຊົນຈາກ ສສ ຫວຽດນາມ ລົງທຶນໃນຂະແໜງການກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ມີ 4 ບໍລິສັດຄື: ໂຮງງານຜະລິດແປ້ງມັນຕົ້ນ ຄາສະວາ ດຣາກອນ ຈຳກັດ ບ້ານນາຊວງ, ເມືອງວຽງທອງ ແຂວງບໍລິຄຳໄຊ ມູນຄ່າການລົງທຶນທັງໝົດ 20.280.000.000 ກີບ, ບໍລິສັດ ດຶກຮ່ຽນ ກວາງຈິ ຈຳກັດ ປະເພດທຸລະກິດ ໂຮງງານປຸແຕ່ງ: ເກັບຊື້ ແລະ ສົ່ງອອກຢາງພາລາ ມູນຄ່າ ການລົງທຶນທັງໝົດ 2.500.000 ໂດລາ, ບໍລິສັດ ລາວທີທີແອວ ພັດທະນາກະສິກຳ ແລະ ອຸດສະຫະກໍາຈໍາກັດ.

ປະເພດທຸລະກິດ ໂຮງງານຜະລິດແປ້ງມັນຕົ້ນ ເພື່ອຈຳໜ່າຍ ແລະ ສົ່ງອອກຕ່າງປະເທດ ຕັ້ງບ້ານໂນນສົມບູນ ເມືອງບໍລິຄັນ ມູນຄ່າການລົງທຶນທັງໝົດ 3.860.000 ໂດລາ ແລະ ບໍລິສັດ ສາກົນລາວຫວຽດ ຈຳກັດ ໂຮງງານຜະລິດແປ້ງມັນຕົ້ນ ຢູ່ບ້ານສົບພວນ ເມື່ອງຄຳເກີດ 48.000.000.000 ກີບ.

About admins16