ປະກາດແຕ່ງຕັ້ງຮອງຫົວໜ້າພະແນກພາຍໃນແຂວງ

ພິທີປະກາດ ແຕ່ງຕັ້ງຮອງຫົວໜ້າພະແນກພາຍໃນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 1 ມີນາ 2021 ຢູ່ຫ້ອງຫ້ອງປະຊຸມຂອງຕົນ, ເປັນກຽດເຂົ້າຮ່ວມໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 132/ຂບຊ ລົງວັນທີ 18 ກຸມພາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ສີສຸນົນ ແກ້ວໄຊຍະວົງ ເປັນຮອງຫົວໜ້າພະແນກພາຍໃນແຂວງ.

ໂອກາດນີ້ ທ່ານປະທານຍັງໄດ້ໃຫ້ທິດຊີ້ນຳໃນຫຼາຍວຽກງານ ເຊິ່ງການແຕ່ງຕັ້ງຍົກຍ້າຍບຸກຄະລາກອນ ແມ່ນເປັນວຽກປົກກະຕິ ເພື່ອໃຫ້ແທດເໝາະກັບການປະຕິບັດໜ້າທີ່ວຽກງານ ພ້ອມນີ້ ທ່ານຍັງເນັ້ນໃຫ້ເອົາໃຈໃສ່ການສຶກສາອົບຮົມ, ນຳພາແນວຄິດຂອງສະມາຊິກພັກ ແລະ ພະນັກງານຂັ້ນຂອງຕົນ ໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ, ຕ້ອງກຳແໜ້ນສິດ, ໜ້າທີ່, ພາລະບົດບາດ, ກົດໝາຍ ແລະ ລະບຽບການຂອງພັກ-ລັດ, ການນຳພາວຽກງານຕ້ອງມີແບບແຜນວິທີນຳພາຢ່າງຈະແຈ້ງ ແລະ ຜູ້ທີ່ໄດ້ຮັບມອບ ຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

ທ່ານ ສີສຸນົນ ແກ້ວໄຊຍະວົງ

About admins16