ບັນນາທິການໃຫຍ່ໜັງສືພິມປະຊາຊົນ ມອບຄອມພິວເຕີ ໃຫ້ 3 ສື່ ແຂວງບໍລິຄຳໄຊ

ເພື່ອເປັນການປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານ ຂອງວຽກງານສື່ມວນຊົນ ໃນວັນທີ 1 ມີນາ 2021 ຢູ່ສະຖານີວິທະຍຸ-ໂທລະພາບແຂວງບໍລິຄຳໄຊ ທ່ານ ວັນໄຊ ຕະວິນຍານ ບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ນຳເອົາຄອມພິວເຕີໂນດບຸກ 2 ເຄື່ອງ ແລະ ຕັ້ງໂຕະ 1 ເຄື່ອງ ມາມອບໃຫ້ສະຖານີວິທະຍຸ-ໂທລະພາບ, ໜັງສືພິມ ແລະ ເວບໄຊແຂວງ ຕາງໜ້າຮັບໂດຍທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໂດຍມີຮອງຫົວໜ້າພະແນກ ຖວທ ແຂວງ ພ້ອມດ້ວຍພະນັກງານທັງ 3 ສື່ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້ ທ່ານຫົວໜ້າພະແນກ ຖວທ ແຂວງ ໄດ້ກ່າວຄຳຂອບໃຈເປັນຢ່າງສູງ ທີ່ທ່ານໄດ້ນຳເອົາຄອມພິວເຕີ ທີ່ເປັນຂອງສ່ວນຕົວ ມາມອບໃຫ້ໃນຄັ້ງນີ້ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານສື່ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານສື່ມວນຊົນ ພ້ອມນີ້ຈະນຳໃຊ້ເຄື່ອງຈຳນວນດັ່ງກ່າວ ເຂົ້າໃນວຽກງານຕົວຈິງ ແລະ ໃຫ້ເກີດມີຜົນປະໂຫຍດສູງສຸດ.

ພ້ອມນີ້ ທ່ານ ອຸດອນ ສອນສຸລິນ ຍັງໄດ້ມອບໃບຍ້ອງຍໍຂອງພະແນກ ຖວທ ແຂວງ ໃຫ້ແກ່ບັນນາທິການໃຫຍ່ໜັງສືພິມປະຊາຊົນ ທີ່ໄດ້ປະກອບສ່ວນພັດທະນາວຽກງານສື່ມວນຊົນອີກດ້ວຍ.

About admins16