ບໍລິສັດ ສະຕາໂທລະຄົມ ມອບຄອມພີວເຕີ ໃຫ້ເມືອງປາກກະດິງ

 

ຕອນບ່າຍວັນທີ 26 ກຸມພາ 2021 ຜ່ານມານີ້ ບໍລິສັດ ສະຕຣາໂທລະຄົມ ຈຳກັດ, ໄດ້ນຳເອົາຄອມພີວເຕີ່ຕັ້ງໂຕະ 1 ຊຸດ ແລະ ໂນດບຸກ 1 ໜ່ວຍ, ມູນຄ່າ 6.238.000 ກີບ ມາມອບໃຫ້ຫ້ອງວ່າການເມືອງປາກກະດິງ ເພື່ອນຳໃຊ້ເຂົ້າໃນວຽກງານທາງການຂອງພັກ-ລັດ.

ກ່າວມອບໂດຍທ່ານ ນາງ ດາວວອນ ເພັດສານຸພົນ ອຳນວຍການ ບໍລິສັດ ສະຕຣາໂທລະຄົມ ຈຳກັດ ສາຂາແຂວງບໍລິຄຳໄຊ, ກ່າວຮັບໂດຍ ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

About admin11