ສະພາປະຊາຊົນແຂວງບໍລິຄຳໄຊ ເຄື່ອນໄຫວວຽກຢູ່ເມືອງຄຳເກີດ

ໃນວັນທີ 28 ກັນຍາ 2022 ນີ້ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ວຽກງານການຈັດເກັບລາຍຮັບເຂົ້າງົບປະມານຕິດພັນກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ ເຊິ່ງໃຫ້ກຽດຕ້ອນຮັບໂດຍທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ, ມີບັນດາທ່ານຄະນະສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ ພະແນກ, ຫົວໜ້າຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງການຈັດກອງປະຊຸມໃນຄັ້ງນີ້ແມ່ນ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງຫ້ອງການທີ່ກ່ຽວຂ້ອງ, ເພື່ອປືກສາຫາລືກ່ຽວກັບນິຕິກຳທີ່ນຳໃຊ້ເຂົ້າໃນການຄຸ້ມຄອງຂົງເຂດການເງິນ, ລາຍຮັບ-ລາຍຈ່າຍ ແລະ ເປັນການຊຸກຍູ້, ຕິດຕາມການຈັດເກັບລາຍຮັບເຂົ້າງົບປະມານຂອງລັດ ແລະ ຊອກຫາວິທີ ແກ້ໄຂບັນດານິຕິກໍາທີ່ກ່ຽວຂ້ອງກັບການເກັບລາຍຮັບ ເພື່ອສອດຄ່ອງກັບສະພາບໃນປັດຈຸບັນ ເພື່ອນຳເອົາຄຳຄິດຄຳເຫັນໄປຄົ້ນຄວ້າພິຈາລະນາ.

About admins14