ປະກາດຮັບຮອງ ບ້ານໃຫຍ່ນ້ຳຢ້າງ ເປັນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ

ໃນຕອນເຊົ້າວັນທີ 20 ສິງຫາ 2021 ບ້ານໃຫຍ່ນໍ້າຢ້າງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດຮັບຮອງ ບ້ານໃຫຍ່ນໍ້າຢ້າງ ເປັນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ຂື້ນຢູ່ຫ້ອງການບ້ານດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ.

ບ້ານໃຫຍ່ນໍ້າຢ້າງ ປະກອບມີ 713 ຫຼັງຄາເຮືອນ, ມີຈໍານວນພົນທັງໝົດ 3.839 ຄົນ, ຍິງ1.889 ຄົນ, ແບ່ງອອກເປັນ 3 ຄຸ້ມ ຄື: ຄຸ້ມນໍ້າຢ້າງ, ຄຸ້ມນໍ້າງອມ ແລະ ຄຸ້ມຜາທອງ, ມີ 3 ຊົນເຜົ່າຢູ່ຮ່ວມກັນ ຄື: ເຜົ່າລາວໄຕ, ເຜົ່າມົ້ງ ແລະ ເຜົ່າຜ້ອງ.

ຜ່ານການປະເມີນຕົວຈິງ ຂອງຄະນະຮັບຜິດຊອບ ເຫັນວ່າ ບ້ານນໍ້າຢ້າງມີການປະຕິບັດໄດ້ຄົບຕາມ 3 ມາດຖານຂອງຄອບຄົວດ້ານແຮງງານສະຫວັດດີການສັງຄົມ ແລະ 6 ມາດຖານການປະເມີນບ້ານພັດທະນາດ້ານແຮງງານສະຫວັດດີການສັງຄົມ ທີກໍານົດໄວ້.

ຈຶ່ງໄດ້ມອບໃບຢັ້ງຢືນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ບ້ານ ແລະ ຄອບຄົວ ເພື່ອເປັນຫຼັກຖານ.

About admin11