ຝືກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ບໍລິສັດ ສະຕາໂທລະຄົມ ແຂວງບໍລິຄໍາໄຊ

ຕອນເຊົ້າ ວັນທີ 21 ສີງຫາ 2021 ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ບໍລິຄໍາໄຊ, ໄດ້ລົງໂຄສະນາເຜີຍແຜ່ ແລະ ຝຶກອົບຮົມວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ-ໄຟໄໝ້ ໃຫ້ບໍລິສັດ ສະຕາ ໂທລະຄົມ ( ຢູນິເທວ )ສາຂາແຂວງບໍລິຄໍາໄຊ, ນໍາໂດຍ ທ່ານ ພັນຕີ ຄອນສະຫວັນ ຈະເລີນສຸກ ຮອງຫົວໜ້າພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ, ພ້ອມດ້ວຍທີມງານ. ໂດຍມີທ່ານ ນາງ ດາວວອນ ເພັດສານຸພົນ ອໍານວຍການບໍລິສັດສະຕາໂທລະຄົມ (ຢູນິເທວ) ສາຂາແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ, ຕະຫຼອດຮອດພະນັກງານບໍລິສັດ ຢູນິເທວ ເຂົ້າຮ່ວມ.

ທ່ານ ພັນຕີ ຄອນສະຫວັນ ຈະເລີນສຸກ ຮອງຫົວໜ້າພະແນກ ຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ໄດ້ຍົກໃຫ້ເຫັນເຖິງສາເຫດ ແລະ ຜົນເສຍເຫຍ ຈາກການເກີດອັກຄີໄພ-ໄຟໄໝ້ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະ ຊັບສີນ ຂອງປະຊາຊົນບັນດາເຜົ່າ ເປັນຈໍານວນຫຼວງຫຼາຍໃນແຕ່ລະປີ.

ສະນັ້ນ, ຍ້ອນເຫັນໄດ້ເຖິງຜົນເສຍຫາຍ ແລະ ໄພອັນຕະລາຍດັ່ງກ່າວ, ທາງພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ຈື່ງໄດ້ມາຝືກອົບຮົມວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ບໍລິສັດ ສະຕາໂທລະຄົມ ສາຂາແຂວງບໍລິຄໍາໄຊ ເພື່ອເຮັດໃຫ້ຄະນະອໍານວຍການ, ຕະຫຼອດຮອດພະນັກງານ ທຸກຄົນ ໄດ້ມີຄວາມຮັບຮູ້, ເຂົ້າໃຈ ເຖິງສາເຫດຂອງການເກີດອັກຄີໄພ, ວິທີການປ້ອງກັນສະກັດກັ້ນຂັ້ນພື້ນຖານເມື່ອເກີດອັກຄີໄພ-ໄຟ້ໄໝ້, ພ້ອມທັງອະທິບາຍ ຄວາມຮູ້ພື້ນຖານກ່ຽວກັບການ ສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີປະຕິບັດເມື່ອເກີດອັກຄີໄພ, ການເອົາຕົວລອດຈາກອັກຄີໄພ-ໄຟໄໝ້, ການຊ່ວຍເຫຼືອຜູ້ເຄາະຮ້າຍອອກຈາກສະຖານທີ່ເກີດເຫດ, ວິທີການນຳໃຊ້ອຸປະກອນຂັ້ນພື້ນຖານ ໃນການດັບມອດໄຟໃນຂັ້ນເບື້ອງຕົ້ນ ເຊັ່ນ: ຜົງເຄມີແຫ້ງ, ການນໍາໃຊ້ນໍ້າດັບໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ.

ອະທິບາຍເຖິງວິທີການກວດກາບັ້ງມອດໄຟ, ລະບົບສຽງສັນຍານເຕືອນໄພ ແລະ ບົບນ້ຳປະປາທີ່ຕິດຕັ້ງຕາມຈຸດຕ່າງໆ ໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ. ພ້ອມທັງຮັບຊົມການສາຍວີດີໂອ ເຫດການໄຟ້ໄໝ້ທີ່ເກີດຂື້ນຢູ່ພາຍໃນ ແລະ ຕ່າງປະເທດ.

ຈາກນັ້ນກໍ່ໄດ້ມີການສາທິດ ການນຳໃຊ້ອຸປະກອນການມອດໄຟຂັ້ນພື້ນຖານ, ໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ປະຕິບັດຕົວຈິງໃນການນຳໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັສ, ການແກ້ໄຂສະກັດກັ້ນຂັ້ນພື້ນຖານກ່ອນເຈົ້າໜ້າທີ່ດັບເພີງມາຊ່ວຍ ແລະ ວິທີການຊ່ວຍເຫຼືອຕົນເອງ ແລະ ຜູ້ເຄາະຮ້າຍ ອອກຈາກສະຖານທີ່ເກີດເຫດໄດ້ຢ່າງປອດໄພ.

ພາຍຫຼັງສໍາເລັດການຮັບຟັງການເຜີຍແຜ່ອະທິບາຍດ້ານທິດສະດີ ແລະ ລົງປະຕິບັດພາກຕົວຈິງແລ້ວ ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພໃຫແກ່ ບໍລິສັດ ສະຕາໂທລະຄົມ (ຢູນິເທວ ) ສາຂາແຂວງບໍລິຄໍາໄຊ .

About admin11