ປກສ ເມືອງວຽງທອງ ເຊື່ອມຊືມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI

ໃນວັນທີ 23 ສິງຫາ 2021 ກອງບັນຊາການ ປກສ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊືມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໃຫ້ສະມາຊິກພັກພາຍໃນກົມກອງ ຂື້ນຢູ່ຫ້ອງປະຊຸມຂອງກອງບັນຊາການ ປກສ ເມືອງ ໂດຍເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ເຊື່ອມຊືມຂອງ ທ່ານ ພັທ ຈອນ ອຸດລາຍັນ ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່-ເຊື່ອມຊືມລະບຽບພັກ ສະໄໝທີ XI ຈາກທ່ານ ພັທ ຈອນ ອຸດລາຍັນ ໂດຍທ່ານໄດ້ຍົກໃຫ້ເຫັນບັນດາເນື້ອໃນຂອງແຕ່ລະໝວດແຕ່ລະມາດຕາ ເພື່ອໃຫ້ສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊີ່ງ ສາມາດກໍາແໜ້ນ ແລະ ເປັນເຈົ້າການເຄົາລົບປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວຢ່າງມີຄວາມຮັບຜິດຊອບສູງ, ເຂັ້ມງວດ, ເດັດຂາດ ແລະ ເອກະພາບໃນທົ່ວພັກ, ກົດລະບຽບພັກ ສະໄໝທີ XI ປະກອບມີ 15 ໝວດ, 64 ມາດຕາ.

ຈາກນັ້ນ ກໍ່ໄດ້ຮັບຟັງການເຜີຍແຜ່-ເຊື່ອມຊືມຄໍາສັ່ງ ເລກທີ 01 /ກມສພ ວ່າດ້ວຍເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງີນ ແລະ ຄໍາສັ່ງ ເລກທີ 02 /ກມສພ ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.

About admin11