ປະກາດບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽ ແຂວງບໍລິຄຳໄຊ

ຕອນບ່າຍຂອງວັນທີ 13 ກັນຍາ 2022 ຢູ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດ ບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານຂອງພະແນກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ, ມີຄະນະພະແນກ, ພະນັກງານລັດຖະກອນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ພະແນກ ຖວທ ແຂວງບໍລິຳໄຊ ໂດຍເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ພູວັນ ໄຊຍະສານ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ສີຫອມ ສອນມະນີ ເປັນປະທານກວດກາຄະນະພັກຮາກຖານ, ສະຫາຍ ບົວສອນ ບຸດຊາວດອນ ເປັນຮອງປະຮອງປະທານກວດກາຄະນະພັກຮາກຖານ, ສະຫາຍ ຊາຍຄຳ ປັນຍານຸວົງ ເປັນກຳມະການຄະນະພັກຮາກຖານ.

ພ້ອມນີ້ ຍັງໄດ້ຜ່ານມະຕິຕົກລົງ ບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກທ່ອງທ່ຽວ ຂື້ນກັບ ຄະນະພັກຮາກຖານ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຄື: ສະຫາຍ ຊາຍຄຳ ປັນຍານຸວົງ ເປັນເລຂາ, ສະຫາຍ ບູນຄ້ຳ ພົມນຸອີນ ເປັນຮອງ ແລະ ສະຫາຍ ປານີ ເທບສົມບັດ ເປັນຜູ້ກວດກາໜ່ວຍພັກ.

ເພື່ອເຮັດໃຫ້ພິທີດັ່ງກ່າວ ມີຄວາມໝາຍຄວາມສໍາຄັນຢ່າງໜັ້ກແໜ້ນ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ສະຫາຍ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າການແຕ່ງຕັ້ງ, ຍົກຍ້າຍພະນັກງານຊີ້ນຳ – ນຳພາ ແມ່ນວຽກງານປົກກະຕິ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ປັບປຸງໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ວິຊາສະເພາະໃນໄລຍະໃໝ່ ແນໃສ່ເຮັດໃຫ້ວຽກງານໄດ້ມີການຂະຫຍາຍຕົວຕາມທິດຂັ້ນເທິງວາງອອກ, ພ້ອມດຽວກັນ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງໄດ້ສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ພ້ອມທັງຍົກສູງຄວາມຮູ້ຄວາມສາມາດ, ແບບແຜນວິທີເຮັດວຽກ ແລະ ມີຄວາມສາມັກຄີເປັນໝູ່ຄະນະ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ.

About admins14