ປະກາດສ້າງຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງວຽງທອງ

 ວັນທີ 2 ມີຖຸນາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດສ້າງຕັ້ງຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳມອນ ໄຊພົມມີ  ຮອງເລຂາພັກເມືອງ, ມີທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີຫົວໜ້າຫ້ອງການ, ຮອງຫ້ອງການ ແລະ ພະນັກງານຫ້ອງການກ່ຽວຂ້ອງເຂົ້າຮ່ວມ.

 ໃນພິທີໄດ້ຜ່ານຂໍ້ຕົກ ລົງຂອງທ່ານເຈົ້າເມືອງວຽງທອງ ເລກທີ 108/ຈມ.ວທ, ວ່າດ້ວຍການສ້າງຕັ້ງ ຫຼື ປ່ຽນຊື່ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງມາເປັນຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງ, ຜ່ານຂໍ້ຕົກ ລົງຂອງທ່ານເຈົ້າເມືອງເລກທີ 417/ຈມ.ວທ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງການເຕັກໂນໂລຊີ ແລະ ການສື່ສານເຊີ່ງໄດ້ແຕ່ງຕັ້ງ ທ່ານ ດ້ວງ ລໍວັນໄຊ ເປັນຫົວໜ້າຫ້ອງການ,​ ແຕ່ງຕັ້ງ ທ່ານ ຄຳສ່ຽນ ເໝຶອນສິດທິດາ, ທ່ານ ຂັນທອງ ອາໂຄດມີ ເປັນຮອງຫົວໜ້າຫ້ອງການ.

ຕອນທ້າຍພິທີທ່ານປະທານຍັງໄດ້ໂອ້ລົມເຊີ່ງທ່ານໄດ້ຮຽກຮ້ອງໃຫ້ຜູ້ທີ່ຖືກແຕ່ງຕັ້ງຕ້ອງໄດ້ສືບຕໍ່ເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ີພັກ-ລັດຂັ້ນເທີ່ງມອບໝາຍໃຫ້, ສືບຕໍ່ປັບປຸງວິທີການເຮັດວຽກຕ້ອງມີແບບແຜນ ແລະ ນໍາພາເປັນໝູ່ຄະນະໃຫ້ມີຄວາມຮັບຜິດຊອບຕໍ່ໜ້າທີວຽກງານມີຄວາມສາມັກຄີໃນໝູ່ຄະນະມີຄວາມເອກະພາບສູງໃນໜ້າທີ່ວຽກງານທີ່ຖືກມອບໝາຍ.​

 

 

 

About admin11