ນັກທຸລະກິດໝຸ່ມເມືອງວຽງທອງ ມອບກະເບື້ອງໃຫ້ໂຮງຮຽນປະຖົມສົມບູນຜາທອງ

  ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການສືກສາ ພາຍໃນເມືອງວຽງທອງ ໃຫ້ມີການພັດທະນາ ໃນຕອນບ່າຍຂອງວັນທີ 2 ມິຖຸນາ 2022 ທາງນັກທຸລະກິດໝຸ່ມເມືອງ ວຽງທອງ ແຂວງບໍລິຄຳໄຊ ໄດ້ນຳເອົາກະເບື້ອງຈຳນວນ 120 ແຜ່ນ, ຂໍເກາະກະເບື້ອງຈຳນວນ 240 ອັນ ແລະ ກະເບື້ອງລົບຄູ່ 18 ອັນ ລວມມູນຄ່າທັງໝົດ 2.676,000 ກີບ ເພື່ອຈະໄດ້ນຳມາມຸງສາງເກັບອຸປະກອນການຮຽນ ແລະ ເຄື່ອງໃຊ້ຕ່າງໆຂອງໂຮງຮຽນ ໂດຍເປັນກຽດຕ່າງໜ້າກ່າວມອບເຄື່ອງຈຳນວນດັ່ງກ່າວຂອງ ທ່ານ ວຽງໄຊ ຕ້ອງສົມພູ ຮອງປະທານນັກທຸລະກິດໝຸ່ມພ້ອມດ້ວຍຄະນະ ແລະ ເປັນກຽດກ່າວຮັບຂອງທ່ານ ນາງ ສໍ ພົມມະໄຊ ຜູ້ອຳນວຍການໂຮງຮຽນປະຖົມສົມບູນຜາທອງ ໂດຍຊ້ອງໜ້າອຳນາດການປົກຄອງບ້ານພ້ອມດ້ວຍຄູອາຈານເຂົ້າຮ່ວມເປັນສັກຂີພະຍານ.

About admin11