ບໍລິຄຳໄຊ ສະເຫຼີມສະຫຼອງວັນເດັກນ້ອຍສາກົນຢ່າງເປັນຂະບວນຟົດຟື້ນ

ເດັກນ້ອຍແມ່ນໜໍ່ແໜງຂອງປະເທດຊາດ ຊຶ່ງແມ່ນກຳລັງສືບທອດອັນແຂງແກ່ນຂອງປະເທດຊາດໃນອານາຄົດ, ໃນຕອນເຊົ້າຂອງວັນທີ 03 ມິຖຸນາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງບໍລິຄຳໄຊ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນຂຶ້ນ ໂດຍເປັນກຽດເຂົ້າຮ່ວມ ຂອງ  ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ, ມີບັນດາການນຳຂັ້ນແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນ ທີ່ພາລູກຫຼານຂອງຕົນມາຮ່ວມກິດຈະກຳຄັ້ງນີ້ ດ້ວຍບັນຍາກາດເບີກບານມ່ວນຊື່ນ.

ໃນພິທີ ໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນວ່າ: ໂດຍເຫັນໄດ້ເຖິງຄວາມສຳຄັນຂອງເດັກນ້ອຍ ໃນກອງປະຊຸມສະມັດຊາໃຫຍ່ສັນນິບາດນາໆຊາດ ໃນວັນທີ 16 ກັນຍາ 1924 ໄດ້ຮັບຮອງເອົາ “ຖະແຫຼງການເຊີແນວກ່ຽວກັບສິດທິຂອງເດັກ” ຊຶ່ງມີຄວາມຕ້ອງການໃຫ້ມີການປົກປ້ອງ ແລະ ດູແລເບິ່ງແຍງເປັນພິເສດ, ກອງປະຊຸມກ່ຽວກັບສິດທິເດັກ ໄດ້ຈັດຂື້ນຢູ່ເຊີແນວ ປະເທດເຊີວິດເຊີແລນ ວັນທີ 1 ມີຖຸນາ 1925.

ໄດ້ມີມະຕິໃຫ້ທຸກປະເທດໃນໂລກ ຈັດຕັ້ງສະເຫຼີມສະຫຼອງວັນເດັກນ້ອຍສາກົນໃນປະເທດຂອງຕົນຂື້ນ ໂດຍກຳນົດເອົາວັນທີ 1 ມີຖຸນາ ຂອງທຸກໆປີ ເປັນມື້ສະເຫຼີມສະຫຼອງດ ດັ່ງນັ້ນ ສປປ ລາວ ຈື່ງໄດ້ຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວຂື້ນທຸກໆປີ.

ສປປ ລາວ ໄດ້ສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ ແລະ ວັນເດັກຈັກກະວານ ຫລື ວັນເດັກໂລກ ວັນທີ 20 ພະຈິກ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ວັນຖະແຫຼງການ ວ່າດ້ວຍສິດທິເດັກ ໃນແຕ່ລະປີ ເພື່ອຈຸດປະສົງໃນການສົ່ງເສີມ ແລະ ປົກປ້ອງເດັກ, ໂດຍມີບັນດາກິດຈະກຳຕ່າງໆເພື່ອສົ່ງເສີມ ແລະ ພັດທະນາທັກສະຕ່າງໆໃຫ້ເດັກ ພ້ອມທັງຄັດເລືອກເອົາຕົວແທນເດັກ ແລະ ໄວຫນຸ່ມ ເພື່ອເຂົ້າຮ່ວມໃນການສະເຫຼີມສະຫຼອງທັງໃນລະດັບສາກົນ ແລະ ພາກພື້ນ.

ທ່ານເຈົ້າແຂວງ ໄດ້ກ່າວວ່າ: ວັນເດັກສາກົນ 1 ມິຖຸນາ ຍັງແມ່ນວັນທີ່ພວກເຮົາຕ້ອງໄດ້ຄໍານຶງເຖິງກຸ່ມເດັກທີ່ດ້ອຍໂອກາດ ເຊັ່ນ: ເດັກພິການ, ເດັກກຳພອຍ, ເດັກທີ່ຖືກປະຖິ້ມ, ເດັກຂ້າງຖະຫນົນ, ເດັກທີ່ຢູ່ໃນກຸ່ມສ່ຽງ, ເດັກຢູ່ເຂດທຸກຍາກ ແລະ ເຂດຫ່າງໄກສອກຫລີກ ໃຫ້ໄດ້ຮັບຜົນປະໂຫຍດ ແລະ ການມີສ່ວນຮ່ວມຢ່າງເຕັມສ່ວນ ໃນທຸກກິດຈະກຳ ການເຄື່ອນໄຫວປົກກະຕິຂອງເດັກໃນຂອບເຂດທົ່ວປະເທດ.

 ເພື່ອຮັບປະກັນການພັດທະນາ ແລະ ການຂະຫຍາຍຕົວຢ່າງແຂງແຮງຕາມເສດຖະກິດຂອງຊາດ ແລະ ໄປທົ່ວເຖິງເດັກທຸກຄົນໃນສັງຄົມ, ສຳຫຼັບຄຳຂວັນວັນເດັກປີ 2022 ແມ່ນ: “ ສ້າງອານາຄົດທີ່ດີກວ່າເພື່ອເດັກທຸກຄົນ A BetterFuture for Every Child “. ແລະ  ໄດ້ຜ່ານສານອວຍພອນຂອງພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ ປີນີ້.

        ຫຼັງຈາກນັ້ນ ກໍ່ໄດ້ມີພິທີຢອດຢາວິຕາມິນ A ໃຫ້ເດັກຄຳຮູ້ຂອງແຕ່ລະໂຮງຮຽນ, ບັນຍາກາດໃນງານວັນເດັກນ້ອຍສາກົນປີນີ້ ແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ເຕັມໄປດ້ວຍສຽງຫົວ ແລະ ຮອຍຍີ້ມຂອງຫຼານນ້ອຍ ເພາະວ່າໃນງານມີການສະແດງສິລະປະ-ວັນນະຄະດີ ເປັນຕົ້ນແມ່ນການຟ້ອນລວມໝູ່ ແລະ ຮ້ອງເພງຂອງຫຼານນ້ອຍ ຈາກບັນດາໂຮງຮຽນພາຍໃນແຂວງ. ພ້ອມດຽວກັນນັ້ນ ຍັງມີການແຈກເຂົ້າໜົມ ໃຫ້ແກ່ເດັກທີ່ເຂົ້າມາຮ່ວມງານ.

About admins16