ປະກາດສ້າງຕັ້ງໜ່ວຍພັກຈັດຕັ້ງ, ກວດກາ ແລະ ກໍ່ສ້າງຮາກຖານການເມືອງ

ພິທີປະກາດການສ້າງຕັ້ງໜ່ວຍພັກຈັດຕັ້ງ, ກວດກາ ແລະ ກໍ່ສ້າງຮາກຖານການເມືອງ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ 2020 ຢູ່ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ມີສະມາຊິກພັກພາຍໃນໜ່ວຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງບໍລິຄຳໄຊ ສະບັບເລກທີ 420/ຄປພ.ຂບຊ, ລົງວັນທີ 17 ມິຖຸນາ 2020 ວ່າດ້ວຍການເຫັນດີອະນຸມັດ ແຍກໜ່ວຍພັກຄົ້ນຄ້ວາ-ສັງລວມ ແລະ ສ້າງຕັ້ງເປັນໜ່ວຍພັກຈັດຕັ້ງ, ກວດກາ ແລະ ກໍ່ສ້າງຮາກຖານການເມືອງ ຂຶ້ນກັບຄະນະພັກຮາກຖານຫ້ອງວ່າການແຂວງບໍລິຄຳໄຊ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 421/ຄປພ.ຂບຊ, ລົງວັນທີ 17 ມິຖຸນາ 2020 ວ່າດ້ວຍການເຫັນດີອະນຸມັດ ບົ່ງຕົວແຕ່ງຕັ້ງ ສະຫາຍ ຄຳຫຼ້າ ຫຼວງແສງເພັດ ເປັນເລຂາໜ່ວຍພັກ, ສະຫາຍ ໄຊຍະວົງ ປະພັດສະລາງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ທະນານັດ ພິມມະສອນ ເປັນຜູ້ກວດກາໜ່ວຍພັກ.

ສະຫາຍ ບຸນມາ ບຸຈະເລີນ ກ່າວ່າ: ການສ້າງຕັ້ງໜ່ວຍພັກຕື່ມ ກໍ່ເພື່ອເຮັດໃຫ້ວຽກງານໄດ້ຮັບການຊີ້ນຳຢ່າງແທດເຖິງ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ພ້ອມນັ້ນ ຍັງໄດ້ຮຽກຮ້ອງຄະນະໜ່ວຍພັກ ແລະ ສະມາຊິກທຸກສະຫາຍ ໃຫ້ເອົາໃຈໃສ່ຫຼັກການການນຳພາ ແລະ ການເຄື່່ອນໄຫວຂອງພັກ ທີ່ໄດ້ກຳນົດໄວ້, ກຳແໜ້ນໃນ 5 ຫຼັກການກໍ່ສ້າງພັກ ທີ່ເປັນປັດໃຈຄ້ຳປະກັນການຄົງຕົວ ແລະ ການຂະຫຍາຍຕົວຂອງພັກ ພ້ອມດຽວກັນກໍ່ຕ້ອງຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງໃນ 5 ໜ້າທີ່ ຂອງການຈັດຕັ້ງຮາກຖານພັກ ທັ້ງນີ້ ກໍ່ເພື່ອເຮັດໃຫ້ໜ່ວຍພັກ ແລະ ສະມາຊິກພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ກາຍເປັນກຳລັງແຮງເຂົ້າໃນການຊີ້ນຳ – ນຳພາ ໃນແຕ່ລະວຽກງານໃຫ້ໄດ້ຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

About admin11