ປະກາດຮັບຮອງບ້ານທອງມີໄຊ ເປັນບ້ານວັດທະນະທຳ

ບ້ານທອງມີໄຊ ປະກອບມີ 85 ຫຼັງຄາເຮືອນ ມີ 118 ຄອບຄົວ ມີຈຳນວນພົນທັງໝົດ 605 ຄົນ ຍິງ 283 ຄົນ ມີ 2 ເຜົ່າອາໄສຢູ່ຮ່ວມກັນ ຄື: ເຜົ່າລາວລຸ່ມ ແລະ ເຜົ່າມົ້ງ, ອາຊີບຕົ້ນຕໍແມ່ນເຮັດນາ ອາຊີບສຳຮອງແມ່ນປູກຝັງລ້ຽງສັດ ມີພື້ນຖານເສດຖະກິດວັດທະນະທຳຮິດຄອງປະເພນີອັນດີງາມມາແຕ່ບູຮານ, ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ ສ້າງຄອບຄົວໃຫ້ມີມູນເຊື້ອຄວາມສາມັກຄີປອງດອງບັນດາເຜົ່າ ໃນການເສີມຂະຫຍາຍ ແລະ ອານຸລັກຮີດຄອງປະເພນີ ສີນລະປະວັດທະນະທຳຂອງຊາດ, ໄລຍະການປະກາດສ້າງໃຫ້ເປັນບ້ານແບບຢ່າງທາງດ້ານວັດທະນະທຳ ມາແຕ່ວັນທີ 1 ກຸມພາ 2018 ເຊິ່ງຫ້ອງການ ຖວທ ເມືອງ ໄດ້ສົມທົບກັບກອງກໍ່ສ້າງຮາກຖານດຳເນີນສ້າງ ພ້ອມທັງຊຸກຍູ້ຕິດຕາມກວດກາ ໃນແຕ່ລະເງື່ອນໄຂມາດຖານຂອງການສ້າງ ຄົນວັດທະນະທຳ, ຄອບຄົວວັດທະນະທຳ ໃນນັ້ນ ມາດຖານຄົນວັດທະນະທຳຕາມ 6 ມາດຖານບັນລຸໄດ້ 90%, ມາດຖານຄອບຄົວວັດທະນະທຳຕາມ 5 ມາດຖານບັນລຸໄດ້ 77,11% ແລະ ມາດຖານບ້ານວັດທະນະທຳຕາມ 5 ມາດຖານ.

ຜ່ານການກວດກາຕົວຈິງ ເຫັນວ່າການສ້າງບ້ານວັດທະນະທໍາ ຄົບຕາມມາດຖານຂອງບ້ານວັດທະນະທຳ ທີ່ກະຊວງ ຖວທ ວາງອອກ ຈຶ່ງໄດ້ຈັດພິທີ ແລະ ມອບໃບຢັ້ງຢືນ ໃຫ້ຢ່າງສົມກຽດ ເຊິ່ງເປັນກຽດມອບໃບຢັ້ງຢືນບ້ານວັດທະນະທຳໂດຍທ່ານ ອຸດອນ ສອນສຸລິນ ຮັກສາການຫົວໜ້າພະແນກ ຖວທ ແຂວງ ຮັບໂດຍທ່ານ ທີ ໄຊຍະຜິວ ນາຍບ້ານທອງມີໄຊ.

ຕອນທ້າຍພິທີ ທ່ານຮອງເຈົ້າເມືອງວຽງທອງ ຍັງໄດ້ເນັ້ນໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໃຫ້ເພີ່ມທະວີສຶກສາອົບຮົບ ການເມືອງ-ແນວຄິດ ພ້ອມທັງປັບປຸງການຈັດຕັ້ງບ້ານ ໃຫ້ມີຄວາມເຂັ້ມແຂງໜັ້ກແໜ້ນ, ສຶບຕໍ່ນຳພາປະຊາຊົນບັນດາເຜົ່າພາຍໃນບ້ານ ປະຕິບັດແຜນການສ້າງຄົນ ແລະ ບ້ານວັດທະນະທຳໃໝ່ໃຫ້ຍືນຍົງ ແລະ ມີການພັດທະນາຂື້ນບໍ່ຢຸດຢັ້ງ, ສຶບຕໍ່ເສີມຂະຫຍາຍມູນເຊື້ອຄວາມດຸໝັ່ນຂະຍັນພຽນຂອງປະຊາຊົນບັນດາເຜົ່າ ແລະ ພັດທະນາຄົນ, ຄອບຄົວໃຫ້ກາຍເປັນຄອບຄົວຕົວແບບຢ່າງຮອບດ້ານ.

About admin11