ເຊື່ອມຊຶມມະຕິ ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີ ຕາມຂະບວນຍຸຕິທຳ

ກອງປະຊຸມເຊື່ອມຊຶມມະຕິ ເລກທີ 112/ກມສພ ລົງວັນທີ 02 ມິຖຸນາ 2020 ວ່າດ້ວຍການຍົກສູງຄະນະພາບ ການດຳເນີນຄະດີ ຕາມຂະບວນຍຸຕິທຳ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2020 ຢູ່ສະໂມສອນ ກອງບັນຊາການ ປກສ ແຂວງ ໃຫ້ກຽດເຊື່ອມຊຶມໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການອ້ອມຂ້າງແຂວງ, ທະຫານ-ຕຳຫຼວດ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານເຈົ້າແຂວງໄດ້ຍົກໃຫ້ເຫັນເຖິງເນື້ອໃນຈິດໃຈຂອງມະຕິດັ່ງກ່າວວ່າ: ການດຳເນີນຄະດີຕາມຂະບວນຍຸຕິທຳ ແມ່ນການເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ ພາຍໃຕ້ການນຳພາຂອງພັກ, ຕ້ອງຮັບປະກັນການນຳພາຂອງພັກ, ຮັບປະກັນລັກສະນະທາດແທ້ ຂອງລັດປະຊາທິປະໄຕປະຊາຊົນ ທີ່ມາຈາກປະຊາຊົນ ແລະ ເພື່ອປະຊາຊົນ, ຮັບປະກັນຄວາມໂປ່ງໃສ, ຖືກຕ້ອງເປັນທຳ ແລະ ມີປະສິດທິພາບ, ເສີມຂະຫຍາຍບົດບາດຕິດຕາມ, ກວດກາ ຂອງສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ພົນລະເມືອງ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ຕໍ່ການປະຕິບັດໜ້າທີ່ ຂອງການຈັດຕັ້ງ ແລະ ພະນັກງານ ທີ່ຮັບຜິດຊອບໃນລະບົບການດຳເນີນຄະດີແຕ່ລະຂັ້ນ, ປັບປຸງທັດສະນະ ຄວາມຮັບຮູ້ເຂົ້າໃຈ ຂອງຄະນະພັກຂັ້ນຕ່າງໆ ແລະ ອົງການອຳນາດລັດ ຕໍ່ການດຳເນີນຄະດີຕາມຂະບວນຍຸຕິທຳ.

ສຳລັບວຽກງານຈຸດສຸມ ຕ້ອງໄດ້ສຸມໃສ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃຫ້ສອດຄ່ອງກັບແນວທາງປ່ຽນແປງໃໝ່, ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງກັບສາກົນໃນແຕ່ລະໄລຍະໃຫ້ເປັນລະບົບຮັດກຸມ, ກົມກຽວກັນ, ຮັບປະກັນຫຼັກວິຊາການ, ເພີ່ມທະວີວຽກງານສຶກສາອົບຮົມ, ໂຄສະນາເຜີຍແຜ່ກົດໝາຍ ໃຫ້ອົງການຈັດຕັ້ງພັກລັດ ແລະ ພົນລະເມືອງ ແນໃສ່ຍົກສູງສະຕິເຄົາລົບ ແລະ ຕື່ນຕົວເປັນເຈົ້າການປະຕິບັດລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ຄົ້ນຄວ້າສ້າງກົນໄກ, ລະບອບ, ລະບຽບການຕ້ານ ແລະ ສະກັດກັ້ນພະຍາດອາດຍາສິດ, ສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ຕ່າງໆ, ຍົກສູງຄຸນນະພາບການພິຈາລະນາຕັດສິນຄະດີ ໃຫ້ມີຄວາມຖືກຕ້ອງ, ເປັນທຳ, ມີກົນໄກ ແບບແຜນ ແລະ ອຸປະກອນ-ເຕັກນິກທັນສະໄໝ ເຂົ້າໃນການດຳເນີນຄະດີ.

About admin11