ປະກາດບ້ານນ້ຳກ້າງ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ໃນວັນທີ 11 ພະຈິກ 2021 ຢູ່ບ້ານນໍ້າກ້າງ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດຮັບຮອງຄອບຄົວ ແລະ ບ້ານນໍ້າກ້າງ ເປັນບ້ານປ້ອງກັນຊາດເຂັ້ມແຂງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ທ່ານ ພັທ ສົມພົງ ພົມມະວາດ, ຫົວໜ້າການເມືອງກອງບັນຊາການທະຫານເມືອງ, ມີອຳນາດການປົກຄອງບ້ານ ຕະຫຼອດຮອດປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພິທີ ທ່ານ ພັທ ສົມພົງ ພົມມະວາດ ກໍາມະການພັກເມືອງ, ຫົວໜ້າການເມືອງກອງບັນຊາການທະຫານເມືອງ ໄດ້ຂື້ນຜ່ານບົດສະຫຼຸບການປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ວ່າ: ພາຍຫຼັງໄດ້ປະເມີນຕົວຈີງມາແຕ່ວັນທີ 4 ພະຈິກ ຜ່ານມ າໄດ້ນໍາເອົາເອກະສານຕ່າງໆມາເຊື່ອມຊື່ມໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນຕົ້ນແມ່ນ: ເອກະສານຄົນລາວເປັນເຈົ້າ, ເອກະສານເພີ່ມທະວີຄວາມສາມັກຄີລະຫວ່າງປະຊາຊົນບັນດາເຜົ່າ, ເອກະສານຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ປກຊ-ປກສ ທົ່ວປວງຊົນຮອບດ້ານ, ແນະນຳການຂຽນຂໍ້ແຂ່ງຂັນປະເມີນຜົນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ແລະ ແຜນການນໍາພາປະຊາຊົນລົບຫຼີກໄປສູ່ເຂດປອດໄພກໍລະນີຖືກສັດຕູຕີເຂົ້າບ້ານ.

ຜ່ານການປະເມີນຕາມ 6 ມາດຖານຂອງຄອບຄົວ ເຫັນວ່າ ບ້ານນໍ້າກ້າງ ໄດ້ຕາມມາດຖານຄອບຄົວປ້ອງກັນຊາດເຂັ້ມແຂງ 132  ຄອບຄົວ ຈາກ 136 ຄອບຄົວທັງໝົດພາຍໃນບ້ານ ເທົ່າກັບ 86,36%.

ດັ່ງນັ້ນ, ຈຶ່ງໄດ້ປະກາດຢັ້ງຢືນບ້ານນໍ້າກ້າງເປັນບ້ານປ້ອງກັນຊາດເຂັ້ມແຂງ ເປັນບ້ານທີ 2 ຂອງເມືອງວຽງທອງ. ໃນພິທີ ໄດ້ມີການເປີດປ້າຍ, ລັ່ນຄ້ອງ 9 ບາດ ເຊີ່ງເປັນການບົ່ງບອກວ່າ ບ້ານນໍ້າກ້າງ ເປັນບ້ານປ້ອງກັນຊາດເຂັ້ມແຂງຢ່າງເປັນທາງການ.

About admins16