10 ເດືອນ 2021 ການເງິນວຽງທອງ ຈັດເກັບລາຍຮັບໄດ້ ເກືອບ 80% ຂອງແຜນການປີ

ໃນວັນທີ 10 ພະຈິກ 2021 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ຫ້ອງການການເງິນເມືອງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານໃນໄລຍະ 10 ເດືອນ ຜ່ານມາ ແລະ ວາງທິດທາງ 2 ເດືອນທ້າຍປີ 2021. ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານເສດຖະກິດ, ມີຫົວໜ້າຫ້ອງການ-ການເງີນເມືອງ, ບັນດາຫົວໜ້າຫ້ອງການ, ຄະນະບ້ານໃຫຍ່ສາມສ້າງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບີ້ ສຸລີ ຫົວໜ້າຫ້ອງການການເງິນເມືອງ ໄດ້ໃຫ້ກຽດຂື້ນຜ່ານບົດສະຫຼູບການເກັບລາຍຮັບເຂົ້າງົບປະມານ ໄລຍະ 10 ເດືອນ ແລະ ທິດທາງແຜນການງົບປະມານ 2 ເດືອນ ທ້າຍ ປີ2021 ວ່າ: 10 ເດືອນ ຜ່ານມາ ໄດ້ຮັບຈາກການດຸ່ນດ່ຽງຈາກແຂວງ 18.760.000.000 ກີບ ເທົ່າກັບ 81,47% ຂອງແຜນການປີ, ລາຍຮັບພາຍໃນເມືອງ ປະຕິບັດໄດ້ 2.942.248.050 ກີບເທົ່າກັບ 77,68% ຂອງແຜນການປີ, ໃນນັ້ນ ຮັບຈາກສ່ວຍສາອາກອນ 2.548.520.050 ກີບເທົ່າກັບ 73,07%, ຮັບຈາກຊັບສິນຂອງລັດ 393 ລ້ານກ່ວາກີບ, ດ້ານລາຍຈ່າຍງົບປະມານທັງໝົດແຜນການປີ 26.814.110.000 ກີບ ປະຕິບັດໄດ້ 21.644.973.278 ກີບ ເທົ່າກັບ 80,72 ຂອງແຜນການປີ.

ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນຢ່າງມີຄວາມຮັບຜິດຊອບສູງຕໍ່ກັບວຽກງານດັ່ງກ່າວ ທີ່ຕິດພັນກັບກົມກອງ, ຫ້ອງການເພື່ອຈະໄດ້ພ້ອມກັນຊອກຫາວິທີທາງປະຕິບັດ ໂດຍສະເພາະບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານຕ່າງໆທີ່ຍັງບໍ່ທັນໄດ້ມອບພັນທະເຂົ້າລັດເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນ ຫຼື ລື່ນແຜນທີ່ກຳນົດໄວ້.

About admins16