ສຶສາແຂວງ ເຊື່ອມຊຶມແຜນຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ

ໃນຕອນເຊົ້າຂອງວັນທີ 12 ພະຈິກ 2021 ຢູ່ສະໂມສອນໃຫຍ່ ຂອງແຂວງບໍລິຄໍາໄຊ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມ ແຜນຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂື້ນ ເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ທ່ານ ລົມ ແພງສຸກ ກຳມະການພັກແຂວງ ຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຄະນະອຳນວຍການໂຮງຮຽນພາຍໃນແຂວງ, ຄູ-ອາຈານ ພ້ອມດ້ວຍພະນັກງານພາຍໃນພະແນກ ເຂົ້າຮ່ວມ.

ທ່ານ ໄດ້ຍົກໃຫ້ເຫັນບັນດາເນື້ອໃນຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນທາງດ້ານພາວະວິໃສ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນໂລກ, ພາກພື້ນ ແລະ ພາຍໃນປະເທດ ສປປ ລາວ, ກົມການເມືອງສູນກາງພັກ ຈິ່ງໄດ້ອອກ ຄຳສັ່ງເລກທີ 02/ກມສພ ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍໄດ້ຮັບຮອງຈາກກອງປະຊຸມສະໄໝສາມັນເທື່ອທີ I ຂອງສະພາແຫ່ງຊາດຊຸດທີ IX ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດການແກ້ໄຂບັນຫາຢາເສບຕິດແຕ່ປີ 2021 – 2023.

ແຂວງບໍລິຄໍາໄຊ ໄດ້ຜັນຂະຫຍາຍວາລະແຫ່ງຊາດ ດ້ວບການແຕ່ງຕັ້ງຄະນະຮັບຜິດຊອບນຳພາ – ຊີ້ນຳກ່ຽວກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ການສະກັດກັ້ນ – ແກ້ໄຂບັນບັນຫາຢາເສບຕິດ ເປັນອັນລວມ ແລະ ອັນສະເພາະ ໂດຍໄດ້ອອກເປັນມະຕິຂອງແຂວງຫຼາຍສະບັບ.

ແຜນຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ແຂວງ ບໍລິຄຳໄຊ ໄດ້ກຳນົດອອກເປັນ 5 ພາກ ປະຕິບັດຕາມຄໍາສັ່ງທີ່ວ່າ: ” ການແກ້ໄຂບັນຫາຢາເສບຕິດ ແມ່ນບັ້ນຮົບທີ່ສໍາຄັນ ພວກເຮົາຕ້ອງຮ່ວມກັນຕໍ່ສູ້ ແລະ ດັບສູນ ” ບັນຫາຢາເສບຕິດ ໄດ້ກາຍເປັນໜຶ່ງໃນບັນດາປະກົດການຫຍໍ້ທໍ້ທາງສັງຄົມ, ການລະບາດຂອງບັນຫາຢາເສບຕິດ ໄດ້ເປັນໜໍ່ແໜງ ແລະ ເປັນສາເຫດຕົ້ນຕໍຂອງການເກີດຄວາມຮູນແຮງ ແລະ ສ້າງປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ເປັນໄພອັນຕະລາຍ, ມີຄວາມສ່ຽງສູງຕໍ່ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕ ປະຊາຊົນລາວ ແລະ ກຳລັງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ – ສັງຄົມ, ຕໍ່ສຸຂະພາບຂອງປະຊາຊົນ ໂດຍສະເພາະ ໄດ້ເບື່ອເມົາຊາວໜູ່ມ, ເຍົາວະຊົນ ທີ່ເປັນກຳລັງແຮງ ເປັນຜູ້ສືບທອດພາລະກິດ ແລະ ອານາຄົດຂອງປະເທດຊາດ.

ເພື່ອເປັນບ່ອນອິງໃນການຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແກ້ໄຂບັນຫາຢາເສບຕິດ ຢູ່ສະຖານການສຶກສາໃຫ້ໄດ້ຮັບຜົນດີນັ້ນ ທ່ານ ລົມ ແພງສຸກ ໄດ້ເນັ້ນໜັກໃຫ້ຜູ້ບໍລິຫານການແຕ່ລະຂັ້ນຈົ່ງໄດ້ຍົກສູງ ເພິ່ມທະວີບົດບາດ ແລະ ຄວາມສາມາດການນຳພາຂອງພັກ, ການຄູ້ມຄອງການບໍລິຫານຂອງລັດ ໃນການສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊີ່ງ ຕໍ່ການແກ້ໄຂບັນຫາຢາເສບຕິດ ໃຫ້ເກີດເປັນຮູບປະທຳຕົວຈິງ ເຮັດໃຫ້ໂຮງຮຽນ, ສະຖານທີ່ການສຶກສາທົ່ວແຂວງບໍລິຄໍາໄຊ ປອດໄພຈາກບັນຫາຢາເສບຕິດ ກ້າວໄປສູ່ການກຳຈັດປັດເປົ່າໃຫ້ໝົດສີ້ນໄປເປັນກ້າວໆ.

ການແກ້ໄຂບັນຫາຢາເສບຕິດ ຕ້ອງດຳເນີນໄປຢ່າງຖືກຕ້ອງ, ເປັນລະບົບ ແລະ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກມະຫາຊົນ, ໂດຍປະຕິບັດຢ່າງເຂັ້ມງວດ 3 ຫຼັກການ ຄື: ເດັດຂາດ, ໂປ່ງໃສ ແລະ ມືອາຊີບ, 2 ຢຶດໝັ້ນ ຄື: ຫຼັກນິຕິກໍາ ແລະ ຫຼັກສິນທໍາ. 2 ມາດຕະການ ຄື: ຕ້ານສະກັດກັ້ັນ ແລະ ປ້ອງກັນ ແລະ 3 ຕ້ານ ຄື: ຕ້ານການລ່ວງລະເມີດສິດທິອັນຊອບທຳຂອງພົນລະເມືອງ, ຕ້ານການສວຍໃຊ້ບັນຫາຢາເສບຕິດເພື່ອຜົນປະໂຫຍດທີ່ບໍ່ຖືກຕ້ອງ, ຕ້ານການເປັນອາຍາສິດຂອງເຈົ້າໜ້າທີ່ລັດ.

About admins16