ປະກາດການຈັດຕັ້ງສ່ວຍສາອາກອນ ປະຈຳແຂວງບໍລິຄຳໄຊ

ພິທີປະກາດຮອງຫົວໜ້າສ່ວຍສາອາກອນ ປະຈຳແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງສ່ວຍສາອາກອນ ປະຈຳແຂວງບໍລິຄຳໄຊ,ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ມີຫົວໜ້າພະແນກການເງິນແຂວງ, ຫົວໜ້າຂະແໜງ ແລະ ພະນັກງານລັດຖະກອນພາຍໃນເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 1079/ກງ ລົງວັນທີ 21 ເມສາ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ຍອດ ອັກຄະວົງສາ ຫົວໜ້າຂະແໜງກວດກາຫຼັງການແຈ້ງລາຍຮັບ ເປັນຮອງຫົວໜ້າສ່ວຍສາອາກອນປະຈຳແຂວງບໍລິຄຳໄຊ.

ຜ່ານຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 1109/ກງ ລົງວັນທີ 25 ເມສາ 2022 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ສ່ວຍສາອາກອນ ປະຈຳແຂວງບໍລິຄຳໄຊ ຄື: ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄຳພູທອນ ຄຳສີວອນ ຮອງຫົວໜ້າຂະແໜງກວດກາຫຼັງການແຈ້ງລາຍຮັບ ເປັນຫົວໜ້າຂະແໜງບໍລິຫານ, ການເງິນ ແລະ ກວດກາພາຍໃນ, ທ່ານ ຄຳເວດ ປັນຍານຸວົງ ຮອງຫົວໜ້າຂະແໜງແຜນການ ແລະ ບໍລິການລາຍຮັບ ແລະ ທ່ານ ຫົງທອງ ພັນປະດິດ ຮອງຫົວໜ້າຂະແໜງກວດກາພາຍໃນ ເປັນຮອງຫົວໜ້າຂະແໜງບໍລິຫານ, ການເງິນ ແລະ ກວດກາພາຍໃນ ພ້ອມທັງແຕ່ງຕັ້ງ ທ່ານ ນາງ ຄອນພິນິດ ລໍມະນີ ພະນັກງານວິຊາການ ເປັນຮອງຫົວໜ້າຂະແໜງບໍລິຫານ, ການເງິນ ແລະ ກວດກາພາຍໃນ.

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສະເຫຼີມ ປັນຍານຸວົງ ຫົວໜ້າຂະແໜງແຜນການ ແລະ ບໍລິການລາຍຮັບ ເປັນຫົວໜ້າຂະແໜງຄຸ້ມຄອງລາຍຮັບສ່ວຍສາອາກອນ, ທ່ານ ວັນໄຊ ແກ້ວວົງວິຈິດ ຮອງຫົວໜ້າຂະແໜງຈັດຕັ້ງບໍລິຫານ ແລະ ການເງິນ ແລະ ທ່ານ ວຽງພອນ ມັດທະວົງ ຮອງຫົວໜ້າຂະແໜງແຜນການ, ບໍລິການລາຍຮັບ ເປັນຮອງຂະແໜງຄຸ້ມຄອງລາຍຮັບສ່ວຍສາອາກອນ, ແຕ່ງຕັ້ງ ທ່ານ ນາງ ລຸນ່າ ອຸປະລະວົງ ພະນັກງານວິຊາການ ເປັນຮອງຫົວໜ້າຂະແໜງຄຸ້ມຄອງລາຍຮັບສ່ວຍສາອາກອນ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄຳໄຜ່ ສີວິໄລ ຮອງຫົວໜ້າຂະແໜງກວດກາຫຼັງການແຈ້ງລາຍຮັບ ເປັນຫົວໜ້າຂະແໜງບໍລິຫານຄວາມສ່ຽງ ແລະ ກວດກາ, ແຕ່ງຕັ້ງ ທ່ານ ວົງສະຫວັນ ຕານລະມະນີ ແລະ ທ່ານ ຫັດສະດີ ສູນທິລາດ ພະນັກງານວິຊາການ ເປັນຮອງຫົວໜ້າຂະແໜງບໍລິຫານຄວາມສ່ຽງ ແລະ ກວດກາ.

About admins16