ຊາວໜຸ່ມບໍລິຄຳໄຊ ຮ່ວມໃຈສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ

ໃນວັນທີ 10 ພຶດສະພາ 2022 ຢູ່ອານຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ຊາວໜຸ່ມແຂວງບໍລິຄຳໄຊ ໄດ້ສ້າງຂະບວນການອອກແຮງງານອານາໄມລວມຂຶ້ນ ນໍາພາໂດຍ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ຮາກຖານຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກິດຈະກຳຫຼັກຂອງການອອກແຮງງານອະນາໄມລວມໃນຄັ້ງນີ້ ແມ່ນການອະນາໄມພື້ນ, ຕັດຫຍ້າ, ຕັດແຕ່ງຕົ້ນໄມ້ ແລະ ດອກໄມ ອ້ອມຮອບອານຸສາວະລີ ແລະ ສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ ໃຫ້ມີຄວາມສະອາດງາມຕາ.

ຈຸດປະສົງ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ( 14 ເມສາ 1955 – 14 ເມສາ 2022 ) ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ, ພ້ອມດຽວກັນ ຍັງເປັນການປູກຈິດສໍານຶກແກ່ສະມາຊິກຊາວໜຸ່ມ ໃຫ້ຮັບຮູ້ເຖິງຄວາມສາມັກຄີປອງດອງ, ຮັກການອອກແຮງງານ, ການປະກອບສ່ວນເຫື່ອແຮງ ເຂົ້າໃນຂະບວນການອອກແຮງງານລວມ ແລະ ການຊ່ວຍເຫຼືອສັງຄົມ ດັ່ງຄຳຂວັນທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການຊາວໜຸ່ມຂານອາສາ”.

About admins14