ເລຂາທິການສະພາປະຊາຊົນແຂວງ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງວຽງທອງ

  

 ຕອນບ່າຍຂອງວັນທີ 9 ພຶດສະພາ 2022 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ທ່ານ ນາງ ຟອງສະໝຸດ ພົງວິຈິດ ກໍາມະການພັກແຂວງ, ເລຂາທິການສະພາປະຊາຊົນແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ແລະ ເກັບກໍາຂໍ້ມູນການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງວຽງທອງ ໂດຍມີ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊີ້ນໍາວຽກພັກ – ພະນັກງານຂັ້ນເມືອງ, ມີສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ພ້ອມດ້ວຍການນໍາຂອງເມືອງ ເຂົ້າຮ່ວມ.

 ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງວຽງທອງ ຈາກ ທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ປະທານຄະນະສະມາຊິກສະພາປະຊາຊົນປະຈໍາເມືອງ.

ຜ່ານມາ ຄະນະສະມາຊິກສະພາພາຍໃນໜ່ວຍ ໄດ້ຕັ້ງໜ້າຊອກຮູ້ຮໍ່າຮຽນບັນດານິຕິກໍາທີ່ຕິດພັນກັບໜ້າທີ່ວຽກງານຂອງຕົນ, ຮັບຄໍາສະເໜີຂອງປະຊາຊົນ, ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເຊື່ອມຊືມບັນດາມະຕິ, ຄໍາສັ່ງຕ່າງໆຂອງຂັ້ນເທີງຕາມສິດ ແລະ ພາລະບົດບາດຂອງສະມາຊິກສະພາປະຊາຊົນປະຈໍາເມືອງ, ປະຕິບັດວຽກງານຕາມຫຼັກການລວມສູນປະຊາທິປະໄຕຢ່າງມີຄວາມຮັບຜິດຊອບສູງ.

ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດ – ຄໍາເຫັນຖອດຖອນບົດຮຽນຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານສະພາໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບສູງ.

 

About admin11