ເມືອງປາກກະດິງ ປາຖະກະຖາ 3 ວັນປະຫວັດສາດ

ໃນຕອນເຊົ້າວັນທີ 7 ກັນຍາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ໄດ້ຈັດພິທີປາຖະກະຖາ 3 ວັນທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ຄື: ມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ຄົບຮອບ 72 ປີ ( 13 ສິງຫາ 1950 – 13 ສິງຫາ 2022 ) ເປັນກຽດບັນຍາຍໂດຍທ່ານ ພູເຂົາເງີນ ອິນທະວົງ  ເຈົ້າເມືອງປາກກະດິງ, ປາຖະກະຖາວັນຢຶດອຳນາດ 23 ສິງຫາ ຄົບຮອບ 77 ປີ ( 23 ສິງຫາ 1945 – 23 ສິງຫາ 2022 ) ແລະ ວັນລັດຖະທຳມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 31 ປີ ( 15 ສິງຫາ 1991 – 15 ສິງຫາ 2022 ) ບັນຍາຍໂດຍທ່ານ ບຸນຄົບ ຈັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງປາກກະດິງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ໂດຍມີຫົວຫນ້າ – ຮອງຫົວໜ້າຫ້ອງການ, ໜ່ວຍງານອ້ອມຂ້າງເມືອງ ພ້ອມດ້ວຍນາຍ ແລະ ພົນທະຫານ – ຕຳຫຼວດ ເຂົ້າຮ່ວມຮັບຟັງ.

ການຈັດຕັ້ງປາຖະກະຖາຄັ້ງນີ້ ກໍ່ເພື່ອໃຫ້ພະນັກງານການນຳ ແລະ ພະນັກງານລັດຖະກອນຫຼັກແຫຼ່ງ ໄດ້ຮັບຮູ້ເຖີງປະຫວັດຄວາມເປັນມາແຫ່ງການກຳເນີດວັນດັ່ງກ່າວ, ພ້ອມທັງນຳເອົາບົດຮຽນອັນລ້ຳຄ່າທາງປະຫວັດສາດ ໂດຍສະເພາະແມ່ນ ນ້ຳໃຈຮັກຊາດ – ຮັກບ້ານເກີດເມືອງນອນຂອງຕົນ, ຄວາມສາມັກຄີໃນການປົກປັກຮັກສາ – ສ້າງສາພັດທະນາປະເທດຊາດ ມານຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພັກ – ລັດ ທີ່ຕົນຮັບຜິດຊອບໃນລະບອບ ປະຊາທິປະໄຕ ປະຊາຊົນ ໃຫ້ໄດ້ຮັບຜົນດີຂື້ນເລື້ອຍໆ.

About admins16