ປກສ ແຂວງ ລົງເຜີຍແຜ່ການສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ ບໍລິສັດ ສິນທະນາ

ໃນຕອນເຊົ້າຂອງວັນທີ 23 ຕຸລາ 2020 ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ບໍລິຄໍາໄຊ ໄດ້ລົງເຄື່ອນໄຫວໂຄສະນາ, ຝຶກອົບຮົມ ເຜີຍແຜ່ ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ບໍລິສັດສິນທະນາການຄ້າຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ບ້ານ ອານຸສອນໄຊ ເມືອງປາກຊັນ ແຂວງບໍຄໍາໄຊ  ເຊີ່ງນໍາໂດຍ ທ່ານ ພັນຕີ ຄອນສະຫວັນ ຈະເລີນສຸກ ຮອງຫົວໜ້າພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສິນທະນາ ພີມມະສອນ ອຳນວຍການ ບໍລິສັດສິນທະນາ ການຄ້າ ຂາເຂົ້າ-ຂາອອກຈໍາກັດຜູ້ດຽວ, ມີພະນັກງານວິຊາການ ປກສ ແຂວງ ແລະ ພະນັກງານພາຍໃນບໍລິສັດ ເຂົ້າຮ່ວມ.

ທ່ານ ພັນຕີ ຄອນສະຫວັນ ຈະເລີນສຸກ ໄດ້ຍົກໃຫ້ເຫັນເຖິງສາເຫດ ແລະ ຜົນເສຍເຫຍ ຈາກການເກີດອັກຄີໄພ-ໄຟໄໝ້ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານ ຊັບສິນ, ສຸຂະພາບ ແລະ ຊີວິດ ຂອງປະຊາຊົນບັນດາເຜົ່າ ເປັນຈໍານວນຫຼວງຫຼາຍໃນແຕ່ລະປີ. ສະນັ້ນ, ຍ້ອນເຫັນໄດ້ເຖິງຜົນເສຍຫາຍ ແລະ ໄພອັນຕະລາຍດັ່ງກ່າວ, ທາງພະແນກ ຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ຈື່ງລົງມາຝືກອົບຮົມວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ບໍລິສັດສີນທະນາ ການຄ້າຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ໃນຄັ້ງນີ້.

ຈຸດປະສົງ ກໍ່ເພື່ອໃຫ້ພະນັກງານພາຍໃນບໍລິສັດ ໄດ້ນໍາເອົາຄວາມຮູ້ດັ່ງກ່າວ ໄປໝູນໃຊ້ເຂົ້າໃນການປົກປ້ອງສິດຜົນປະໂຫຍດ, ເພື່ອຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພ້ອມທັງອະທິບາຍ ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີປະຕິບັດເມື່ອເກີດອັກຄີໄພ, ການເອົາຕົວລອດຈາກອັກຄີໄພ-ໄຟໄໝ້, ການຊ່ວຍເຫຼືອຜູ້ເຄາະຮ້າຍອອກຈາກສະຖານທີ່ເກີດເຫດ, ວິທີການນຳໃຊ້ອຸປະກອນຂັ້ນພື້ນຖານ ໃນການດັບມອດໄຟໃນຂັ້ນເບື້ອງຕົ້ນ ເຊັ່ນ: ໃຊ້ຜົງເຄມີແຫ້ງ, ການນໍາໃຊ້ນໍ້າດັບໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ. ອະທິບາຍເຖິງວິທີການກວດກາບັ້ງມອດໄຟ, ລະບົບສຽງສັນຍານເຕືອນໄພ ແລະ ລະບົບນ້ຳປະປາ ທີ່ຕິດຕັ້ງຕາມຈຸດຕ່າງໆໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ.

ຈາກນັ້ນກໍ່ໄດ້ມີການສາທິດ ການນຳໃຊ້ອຸປະກອນການມອດໄຟຂັ້ນພື້ນຖານ, ການຈຳລອງເວລາມີເຫດການໄຟໄໝ້ຈາກຖັງແກ໊ສ ໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ຈັດຕັ້ງລົງປະຕິບັດຕົວຈິງໃນການນຳໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັສ, ການແກ້ໄຂສະກັດກັ້ນເຫດການໄຟໄໝ້ ຂັ້ນພື້ນຖານກ່ອນເຈົ້າໜ້າທີ່ດັບເພີງມາຊ່ວຍ, ວິທີການຊ່ວຍເຫຼືອຕົນເອງ ແລະ ຜູ້ເຄາະຮ້າຍ ອອກຈາກສະຖານທີ່ເກີດເຫດໄດ້ຢ່າງປອດໄພ.

ພາຍຫຼັງຝຶກອົບຮົມສໍາເລັດແລ້ວ ທ່ານ ພັນຕີ ຄອນສະຫວັນ ຈະເລີນສຸກ ຮອງຫົວໜ້າພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ ບໍລິຄໍາໄຊ ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມວິທີສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ບໍລິສັດສີນທະນາການຄ້າ ຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ກ່າວຮັບໂດຍທ່ານ ສີນທະນາ ພີມມະສອນ ອຳນວຍການ ບໍລິສັດສີນທະນາ ການຄ້າ ຂາເຂົ້າ-ຂາອອກຈໍາກັດຜູ້ດຽວ.

About admins16