ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງປາກກະດິງ ຄັ້ງທີ 4 ສະໄໝທີ VII

ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງປາກກະດິງ ແຂວງບໍລິຄຳໄຊ ຄັ້ງທີ 4 ສະໄຫມທີ VII ໄດ້ຈັດຂື້ນໃນວັນທີ 23 ຕຸລາ 2020 ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມພອນ ຈັນທະນາສຸກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກກະດິງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກ ແຂວງບໍລິຄຳໄຊ, ມີຄະນະປະຈຳ-ກຳມະການພັກເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຮ່າງບົດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງຄັ້ງຜ່ານມາ, ຮ່າງບົດສະຫຼຸບວຽກງານຮອບດ້ານ 3 ເດືອນປະຈຳໄຕມາດ 3 ແລະ ທິດທາງແຜນການ 3 ເດືອນທ້າຍປີ 2020.

ຕະຫຼອດໄລຍະ 3 ເດືອນຜ່ານມາ ຄະນະພັກທຸກຂັ້ນໄດ້ເດັດດ່ຽວນຳພາວຽກງານໂດຍກົງຮອບດ້ານເຂົ້າສູ່ຊີວິດຕົວຈິິງ ເຮັດໃຫ້ທົ່ວເມືອງຍັງສືບຕໍ່ມີຄວາມສະຫງົບໂດຍພື້ນຖານ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສະພາບການທາງດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມດຽວກັນນີ້ ກໍ່ໄດ້ສືບຕໍ່ປະຕິບັດມາດຕະການເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວີດ 19 ຢ່າງເຂັ້ມງວດ.

ພ້ອມນີ້ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນຕາມຄຳຖາມເຈາະຈີ້ມວຽກງານບາງດ້ານທີ່ເຄັ່ງຮ້ອນ ແລະ ພ້ອມກັນວາງທິດທາງແຜນການ 3 ເດືອນທ້າຍປີ 2020 ໃຫ້ຄຽງຄູ່ກັບສະພາບວຽກງານຕົວຈິງ.

ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຈາກສະຫາຍ ວັນວິໄລ ແດນພູຫຼວງ ເຊິ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ຄະນະບໍລິຫານງານພັກເມືອງປາກກະດິງຍາດມາໄດ້ໃນໄລຍະຜ່ານມາ, ພ້ອມກັນນີ້ ທ່ານກໍ່ໄດ້ເນັ້ນໃຫ້ເອົາໃຈໃສ່ ເຊີດຊູນ້ຳໃຈຄວາມຮັບຜິດຊອບ, ສືບຕໍ່ຊີ້ນຳນຳພາສູ້ຊົນຈັດຕັ້ງປະຕິບັດຄາດໝາຍຍຸດທະສາດວຽກງານຮອບດ້ານໃຫ້ຖືກຈັດຕັ້ງປະຕິບັດຕົວຈິງຢ່າງມີປະສິດທິຜົນສູງ ແລະ ບັນລຸຕາມແຜນທີ່ວາງໄວ້.

About admins16