ຝຶກອົບຮົມນັກກວດກາ ແລະ ນັກເດີນສໍາຫຼວດສໍາລັັບການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ 3

ໃນວັນທີ 26 ຕຸລາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ ໄດ້ຈັດກອງປະຊຸມຝຶກອົບຮົມນັກກວດກາ ແລະ ນັກເດີນສໍາຫຼວດສໍາລັັບການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ 3 ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານຮອງເຈົ້າເມືອງ, ຫົວໜ້າ, ຄະນະຊີ້ນໍາການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຂັ້ນເມືອງ ພາຍໃນແຂວງເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຄົ້ນຄວ້າ, ຮໍ່າຮຽນບັນດາເອກະສານ, ແບບຟອມ, ການຈົດກ່າຍ ແລະ ຄູ່ມືຂອງນັກກວດກາ, ນັກເດີນສໍາຫຼວດໂດຍສະເພາະແມ່ນຈຸດປະສົງຂອງການສໍາຫຼວດ, ຂອບເຂດ ແລະ ເປົ້າໝາຍ, ໜ້າທີ່ຂອງນັັກກວດກາ, ນັັກເດີນສໍາຫຼວດ, ການບັນທຶກຂໍ້ມູນເຂົ້າໜ້າປົກແບບສອບຖາມ, ການບັນທຶກຂໍ້ມູນພາກທີ 1 ຫາ ພາກທີ 12 ແລະ ເອກະສານສໍາຄັນຕື່ມອີກ.

ຈາກນັ້ນ ກໍ່ຈະໄດ້ລົງເຮັດທົດລອງຕົວຈິງເພື່ອເຮັດໃຫ້ນັກກວດກາ ແລະ ນັກເດີນສໍາຫຼວດເຂົ້າໃຈຢ່າງຈະແຈ້ງ ແລ້ວນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ, ຂໍ້ມູນຖືກຕ້ອງ, ຊັດເຈນ. ການຝຶກອົບຮົມຈະໄດ້ດໍາເນີນໄປຈົນຮອດວັນທີ 4 ພະຈິກ 2020 ຈຶ່ງຈະສໍາເລັດ.

 

About admins14