ປກສ ແຂວງ ບໍລິຄໍາໄຊ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນນໍາພາ – ບັນຊາ

ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນນໍາພາ – ບັນຊາ ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2022 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ, ເປັນປະທານໂດຍ ທ່ານ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ມີຄະນະພັກ, ຄະນະກອງບັນຊາການ, ຫົວໜ້າຫ້ອງ, ກອງ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ, ປກສ ເມືອງ, ພະນັກງານນໍາພາ – ບັນຊາອ້ອມຂ້າງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ອວດ ວົງໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫົງບ ສະບັບເລກທີ 1402, 1403/ປກສ ລົງວັນທີ 1 ກັນຍາ 2022 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕໍາຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄປຮັບໜ້າທີ່ໃໝ່ ຄື: ທ່ານ ພັອ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເປັນຫົວໜ້າຫ້ອງສັນຕິບານ(ຄວບຕໍາແໜ່ງ), ທ່ານ ພັທ ວຽງ ຈັນບຸນມີ ຂື້ນເປັນຮອງຫົວໜ້າຫ້ອງການກອງບັນຊາການ, ທ່ານ ພັທ ປະຊັນ ຫຼວງພິທັກ ຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ເປັນຮອງຫ້ອງສັນຕິບານ, ທ່ານ ພັທ ບຸນນໍາ ນາມໂພໄຊ ຂື້ນເປັນຫົວໜ້າຄ້າຍຄຸມຂັງ – ດັດສ້າງ, ທ່ານ ພັທ ບຸນເຕີມ ສີສຸກລາດ ຈາກ ປກສ ເມືອງທ່າພະບາດ ເປັນຮອງຄ້າຍຄຸມຂັງ – ດັດສ້າງ, ທ່ານ ພັທ ເດດ ມີໄຊ, ພັຕ ວິມອນ ສຸຂະວົງແສງ ເປັນຮອງຄ້າຍຄຸມຂັງ – ດັດສ້າງ.

ທ່ານ ພັທ ດວງໄຊ ຈັນທະວັງໂສ ຈາກ ປກສ ເມືອງ ທ່າພະບາດ ເປັນ ຮອງຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ທ່ານ ພັທ ບຸນນິດ ໂຮມຄະສິດ ຂື້ນເປັນອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4, ທ່ານ ພັຕ ບຸນຈັນ ສຸບັນໄຊ ຂື້ນເປັນຮອງອໍານວຍການ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4, ທ່ານ ພັທ ສຸກສະຫັວນ ບຸບຜາພັນ ຈາກຫ້ອງສັນຕິບານ ປກສ ແຂວງ ເປັນຫົວໜ້າກອງບັນຊາການ ປກສ ເມືອງ ທ່າພະບາດ ແລະ ທ່ານ ພັທ ສອນຄໍາ ພົມມະຈັນ ເປັນຮອງ ປກສ ເມືອງ ທ່າພະບາດ.

ຂໍ້ຕົກລົງຂອງກົມໃຫ່ຍການເມືອງ ປ້ອງກັນຄວາມສະຫົງບ ເລກທີ 3515/ປກສ ລົງວັນທີ 30 ສິງຫາ 2022 ວ່າດ້ວຍການອະນຸມັດແຕ່ງຕັ້ງນາຍຕໍາຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໃນນີ້ ແຕ່ງຕັ້ງ ທ່ານ ພັຕ ຫັດສະດີ ແກ້ວມູນມະນີ ເປັນຮອງພະແນກຄົ້ນຄ້ວາສັງລວມ ຫ້ອງການກອງບັນຊາການ, ທ່ານ ພັທ ສາຍສຸນີ ພຸດທະພັນ ເປັນຮອງພະແນກຄຸ້ມຄອງທະບຽນປະຫວັດ ແລະ ບັດປະຈໍາຕົວ ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ພັອ ກົງຈັນ ໄຊປັນຍາ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາພະນັກງານນໍາພາ – ບັນຊາທີ່ໄດ້ຮັບການແຕ່ງຕັ້ງ ພ້ອມຜູ້ເຂົ້າຮ່ວມພິທີ່ໃນຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ເພີ່ມທະວີເຮັດວຽກງານການເມືອງ – ນໍາພາແນວຄິດໃຫ້ແກ່ນາຍ ແລະ ພົນຕໍາຫຼວດໃນການນໍາພາຄຸ້ມຄອງຂອງຕົນຢ່າງເປັນປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ – ວິທີເຮັດວຽກຢ່າງມີວິທະຍາສາດ ແລະ ທັນສະໄໝ, ເຕົ້າໂຮມຄວາມສາມັກຄີເປັນເອກະພາບໃຫ້ເປັນປຶກແຜ່ນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງກໍ່ຄືວຽກງານປ້ອງກັນຄວາມສະຫົງບໃນແຕ່ລະໄລຍະ, ສືບຕໍ່ເອົາໃຈໃສ່ຊີ້ນໍາ – ນໍາພາເຮັດວຽກງານວິຊາສະເພາະດ້ານຕ່າງໆ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງ.

About admins14