ທ່າພະບາດ ປະກາດແຕ່ງຕັ້ງ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາ ເມືອງ ສະໄໝທີ I

ພິທີປະກາດ ແຕ່ງຕັ້ງ ປະທານ, ຮອງປະທານ, ຄະນະບໍລິຫານງານ ແລະ ສະມາຊິກສະພາການຄ້າ ເມືອງທ່າພະບາດ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ໂດຍພາຍໃຕ້ການເປັນ ປະທານຮ່ວມ ຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ, ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ມີບັນດາຫົວໜ້າຫ້ອງການ, ວິຊາການ, ກໍາລັງ ປກຊ – ປກສ ຕະຫຼອດຮອດນັກທຸລະກິດພາຍໃນເມືອງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 1279/ມທບ ລົງວັນທີ 15 ສິງຫາ 2022 ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ແລະ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາເມືອງ ທ່າພະບາດ, ໂດຍໄດ້ແຕ່ງຕັ້ງ ທ່ານ ກົງທອງ ພິມມະສອນ ຜູ້ອໍານວຍການບໍລິສັດ ໂມມິ້ນພັດທະນາ ເປັນປະທານ, ທ່ານ ບຸນເລີດ ບານທະວົງ ຜູ້ອໍານວຍການເຮືອນພັກວັນທະນາ ເປັນຮອງປະທານ, ທ່ານ ສຸດໃຈ ພາໄຊ ຜູ້ອໍານວຍການບໍລິສັດ TTPOWR TOTHW ເປັນຄະນະ, ທ່ານ ເຕ່ ອິນທິລາດວົງສີ ຫົວໜ້າກຸ່ມທ້ອນໂຮມຢາງພາລາ ເປັນຄະນະ ແລະ ທ່ານ ນາງ ຫຼ້າ ແກ້ວມີ ຜູ້ອໍານວຍການປໍ້ານໍ້າມັນ ລິນລີ່ ເປັນຄະນະ ແລະ ຍັງໄດ້ແຕ່ງຕັ້ງຄະນະບໍລິຫານ ຈໍານວນ 10 ທ່ານ, ແຕ່ງຕັ້ງສະມາຊິກ 54 ທ່ານ.

ທ່ານ ໄຊຍະເພັດ ຈັນທິສອນ ໄດ້ມີຄຳໂອ້ລົມ ແລະ ນໍາສະເໜີໂດຍຫຍໍ້ກ່ຽວກັບແຜນຍຸດທະສາດ 5 ປີ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ 2021 – 2025 ໂດຍໄດ້ກໍານົດ 6 ເສົາຄໍ້າບູລິມະສິດ ເຊິ່ງປະກອບມີ ຄື: ເສົາຄໍ້າ ທີ I ພົບປະພາກລັດ – ທຸລະກິດ ເພື່ອສ້າງແວດລ້ອມທຸລະກິດໃຫ້ດີຂຶ້ນ, ເສົາຄໍ້າ ທີ II ຊຸກຍູ້ຊ່ວຍເຫຼືອ SME ແລະ ສູນບໍລິການ SME, ເສົາຄໍ້າທີ III ການສົ່ງເສີມຜະລິດຕະພັນລາວ ແລະ ການຕະຫຼາດ, ເສົາຄໍ້າທີ IV ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ການລົງທຶນທີ່ຍືນຍົງ, ເສົາຄໍ້າ ທີ V ພັດທະນາການປະກອບການ ທຸລະກິດ ແລະ ກິດຈະກໍາຜູ້ໃຊ້ແຮງງານ ແລະ ເສົາຄໍ້າ ທີ VI ພັດທະນາຂໍ້ມູນຂ່າວສານ, ປະຊາສໍາພັນ ແລະ ສະມາຊິກ.

About admins14