2 ບ້ານ ເມືອງປາກຊັນ ເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ

ໃນວັນທີ 8 ກັນຍາ 2022 ກອງບັນຊາການ ປກສ ເມືອງປາກຊັນ ໄດ້ສືບຕໍ່ລົງເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານ ທົ່ງຫວ້ານ ແລະ ບ້ານ ນາຂາມ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັທ ລາຕີ ພິລາວົງ ຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ມີ ປກສ ກຸ້ມບົວແວງຄຳ, ກຸ່ມໂພນໄຊໃຕ້, ເລຂາພັກບ້ານ – ນາຍບ້ານ, ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນບ້ານທົ່ງຫວ້ານ ແລະ ບ້ານນາຂາມ ເຂົ້າຮ່ວມ.

ໃນພິທີ ນາຍບ້ານທັງສອງບ້ານ ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານ, ຍົກໃຫ້ເຫັນສະພາບລວມ, ຈຸດພິເສດພາຍໃນບ້ານ, ການປະກອບອາຊີບ ແລະ ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ, ໄລຍະຜ່ານມາຄະນະພັກ, ອໍານາດການຈັດຕັ້ງບ້ານ ແມ່ນໄດ້ເພີ່ມທະວີນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ຂໍ້ກໍານົດ, ກົດໝາຍຂອງລັດ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມາເຜີຍແຜ່ເຊື່ອມຊືມ ໃຫ້ແກ່ສະມາຊິກພັກ, ປະຊາຊົນພາຍໃນບ້ານໄດ້ຮັບຮູ້ເຂົ້າໃຈ ແລະ ເຮັດໃຫ້ເຂົາເຈົ້າມີເເນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ – ລັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສາ້ງສາພັດທະນາປະເທດຊາດ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ, ປະຊາຊົນພາຍໃນບ້ານມີມູນເຊື້ອຄວາມດຸໝັ່ນຂະຫຍັນພຽນທຳການຜະລິດກະສິກຳ, ປູກຝັງລ້ຽງສັດ ແລະ ຄ້າຂາຍຕ່າງໆ ຈຶ່ງສາມາດເຮັດໃຫ້ຄອບຄົວຂອງປະຊາຊົນບ້ານທົ່ງຫວ້ານ ແລະ ບ້ານ ນາຂາມ ຫຼຸດພົ້ນອອກຈາກຄວາມທຸກຍາກ ຕາມແນວທາງຂອງພັກວາງອອກ.

ຈາກນັ້ນ ຄະນະຮັບຜິດຊອບຈາກ ປກສ ເມືອງ, ປກສ ກຸ່ມບ້ານ, ໄດ້ຜັດປ່ຽນກັນຜ່ານແຜນວຽກ ແລະ ບົດບັນທຶກມາດຖານເງື່ອນໄຂການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຂໍ້ຕົກລົງຂອງກອງບັນຊາການ ປກສ ເມືອງປາກຊັນ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃຫ້ອຳນາດການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມຕາມລະບຽບຫຼັກການຢ່າງເຂັ້ມງວດ, ເພື່ອຈະໄດ້ຮັບຮອງເອົາສອງບ້ານດັ່ງກ່າວເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ທີ່ມີຄຸນນະພາບຕາມແຜນການທີ່ໄດ້ກຳນົດໄວ້.

ຕອນທ້າຍພິທີ ທ່ານ ພັທ ລາຕີ ພິລາວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ທີ່ປະຊຸມ ໂດຍທ່ານໄດ້ເນັ້ນໃສ່ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ເປັນວຽກງານໜື່ງທີ່ສຳຄັນຂອງທົ່ວປວງຊົນຮອບດ້ານ ທີ່ທຸກຄົນຕ້ອງໄດ້ເອົາໃຈໃສ່ປະກອບສ່ວນໃນການເຮັດວຽກງານດັ່ງກ່າວຢ່າງຕັ້ງໜ້າ, ເນັ້ນໜັກໃຫ້ອໍານາດການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນ ບໍ່ໃຫ້ໄປຫຍຸ້ງກ່ຽວກັບສີ່ງເສບຕິດ, ບໍ່ມົ້ວສູມຫຼີ້ນການພະນັນ ແລະ ອື່ນໆ, ປະກອບອາຊີບທຳມາຫາກິນຖຶກຕ້ອງຕາມລະບຽບກົດໝາຍ, ເກັບກໍາສະພາບຄົນເຂົ້າ – ອອກ, ຄົນຫຼຸດຄົນເພີ່ມພາຍໃນບ້ານ ເພື່ອຫຼີກລ່ຽງກຸ່ມຄົນບໍ່ດີທີ່ມາລີ້ຊ່ອນ, ຕ້ອງເປັນເຈົ້າການລາຍງານການຈັດຕັ້ງຂັ້ນເທີງຮັບຊາບ. ເພື່ອເຮັດໃຫ້ບ້ານຂອງຕົນມີຄວາມສະຫງົບໂດຍພື້ນຖານ ແລະ ສາມາດສ້າງເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໃນຕໍ່ໜ້າ.

About admins14