ປກສ ແຂວງລົງໂຄສະນາວຽກຫຼຸດຜ່ອນການເກີດອຸປະຕິເຫດຕາມຖະໜົນ

  

ໂດຍປະຕິບັດຕາມແຜນການຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ ໃນລະຫວ່າງ ວັນທີ 21-23 ທັນວາ 2020 ນີ້ທີມງານກອງຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ລົງມາສົມທົບກັບກອງຈະລາຈອນ ປກສ ເມືອງວຽງທອງ ໄດ້ລົງຈັດຕັ້ງປະຕິບັດແຜນການຫຼຸດຜ່ອນອຸປະຕິເຫດຢູ່ເມືອງວຽງທອງ  ການລົງປະຕິບັດຄັ້ງນີ້ນໍາທີມໂດຍ ທ່ານ ພັທ ເດດ ມີໄຊ ຮອງຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍພະນັກງານ ປກສ ກອງຈະລາຈອນ ຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.

ການລົງປະຕິບັດຄະນະຮັບຜິດຊອບໄດ້ລົງຈັດສັນການສັນຈອນໄປ-ມາຂອງຜູ້ຂັບຂີ່ຍານພາຫະນະຢູ່ໃນເທດສະບານເມືອງໃຫ້ເປັນລະບຽບ, ໄດ້ລົງຕັ້ງຈຸດກວດກາເອກະສານລົດ, ຊຸກຍູ້ໃຫ້ເສຍຄ່າທາງ, ກວດກາເຕັກນິກລົດປະຈໍາປີ, ລົງເຜີຍແຜ່ໂຄສະນາກົດລະບຽບຂອງການຈະລາຈອນທາງບົກຕາມເສັ້ນທາງຫຼວງໃຫ້ນ້ອງນັກຮຽນ ມໍຕົ້ນ ຫ້ວຍຫອຍໄດ້ຮັບຮູ້ເປັນຕົ້ນແມ່ນລະບຽບການຂັບຂີ່ຍານພາຫະນະ, ເງຶ່ອນໄຂອາຍຸຂອງຜູ້ຂັບຂີ່, ສິດ ແລະ ໜ້າທີຄວາມຮັບຜິດຊອບຂອງຜູ້ໃຊ້ຍານພາຫະນະ ແລະ ອະທິບາຍລະບົບປ້າຍສັນຍານຕ່າງໆຂອງການຈະລາຈອນ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮູ້, ເຂົ້າໃຈ ແລະ ພ້ອມກັນມີສະຕິຂັບຂີ່ຍານພາຫະນະໃຫ້ຖືກຕ້ອງຕາມລະບຽບການສັນຈອນ, ເພື່ອເຮັດໃຫ້ການເກີດອຸປະຕິເຫດຕາມທ້ອງຖະໜົນຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

About admin11