ສຳເລັດກອງປະຊຸມໃຫ່ຍໜ່ວຍພັກບ້ານ ຊຽງຊ່ຽນ

 

ໃນວັນທີ 23 ທັນວາ 2020 ນີ້. ຢູ່ສະໂມສອນຂອງບ້ານ ຊຽງຊ່ຽນ ເມືອງບໍລິຄັນ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ່ 8 ຂອງຕົນຂື້ນ ເພື່ອເປັນການປັບປຸງຄະນະພັກບ້ານຂອງຕົນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຫຼ້າທອນ ອີນທິລາດ ເລຂາພັກບ້ານນາຍບ້ານຊຽງຊ່ຽນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນມີ ວໍລະຈັກ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີບັນດາ ຄະນະປັບປຸງລະບົບການຈັດຕັ້ງຂັ້ນເມືອງ, ພະນັກງານກໍ່ສ້າງຮາກຖານ, ແຂກຖືກເຊີນຈາກໜ່ວຍພັກອ້ອມຂ້າງ, ພ້ອມດ້ວຍສະມາຊິກພັກ ພາຍໃນບ້ານເຂົ້າຮ່ວມ.

5 ປີຜ່ານມາຄະນະພັກຂອງພວກເຮົາໄດ້ນໍາເອົາແນວທາງນະໂຍບາຍຂອງພັກມະຕິຄໍາສັ່ງກົດໝາຍຂອງລັດ ລົງເຊື່ອມຊືມໃຫ້ແກ່ສະມາຊິກພັກ, ອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເປັນປະຈໍາ, ເຮັດໃຫ້ອໍານາດການປົກຄອງ ພໍ່ແມ່ປະຊາຊົນມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງເຊື່ອໜັ້ນຕໍ່ການນໍາພາຂອງພັກ ເດີນໄປຕາມແນວທາງການປ່ຽນແປງໃໝ່ຂອງພັກ, ຮູ້ຈັກຈໍາແນກມິດສັດຕູໄດ້ຈະແຈ້ງເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ, ມີຄວາມເປັນລະບຽບຮຽບຮ້ອຍປາກົດການຫຍໍ້ທໍ້ຕ່າງໆໄດ້ຮັບການແກ້ໄຂຢ່າງທັນການ, ການພັດທະນາເສດຖະກິດສັງຄົມໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ມັນສະແດງອອກຄອບຄົວທຸກຍາກໄດ້ຫຼຸດລົງ, ລາຍຮັບເພີ່ມຂື້ນ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ ລະບົບສຶກສາ, ສາທາລະນະສຸກ, ໄດ້ຮັບການພັດທະນາສາມາດປະກາດເປັນບ້ານຈົບຊັ້ນປະຖົມ ຄອບຄົວສາທາລະນະສຸກ, ຄອບຄົວວັດທະນະທໍາ, ຄອບຄົວປອດຄະດີເພີ່ມຂື້ນ, ອັນນັ້ນແມ່ນສິ່ງທີຢັ້ງຢືນ ເຖີງຜົນງານໃນການຊີ້ນໍາ-ນໍາພາບາງອັນທີສະແດງອອກ, ອັນພົ້ນເດັ່ນໃນການຊີ້ນໍາ-ນໍາພາໃນໄລຍະຜ່ານມາຈາກນັ້ນຄະນະພັກຊຸດເກົ່າໄດ້ອໍາລາໜ້າທີ່ ພ້ອມທັງປ່ອນບັດເອົາຄະນະພັກບ້ານຊຸດໃໝ່ມີຜູ້ສະໝັກ 5 ສະຫາຍເລືອກເອົາ 3 ສະຫາຍ, ຜົນການປ່ອນບັດເລືອກໄດ້ ສະຫາຍ ຫຼ້າທອນ ອີນທິລາດ ເປັນເລຂາພັກອີກສະໄໝໜື່ງ, ສະຫາຍ ໄຊພອນ ໄຊຍະແພງ ເປັນຮອງເລຂາ, ສະຫາຍ ຫຼ້າວົງໄຊ ບາງຄໍາມີ ເປັນປະທານກວດກາໜ່ວຍພັກບ້ານຊຽງຊ່ຽນ.

About admin11