ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I ໄດ້ໄຂຂຶ້ນ ໃນວັນທີ 22 ທັນວາ ແລະ ໄດ້ອັດລົງຢ່າງເປັນທາງການໃນວັນທີ 24 ທັນວາ 2020 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບຳນານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I ໄດ້ດໍາເນີນມາເປັນເວລາ 3 ວັນ, ບັນດາທ່ານຜູ້ເຂົ້າຮ່ວມ ໄດ້ເຊີດຊູຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຢ່າງມີເຫດຜົນ, ມີຈຸດສຸມ, ເລິກເຊີ່ງ ແລະ ກວ້າງຂວາງ ພ້ອມທັງມີຄວາມເປັນເອກະພາບສູງ ໃນການພິຈາລະນາຮັບຮອງເອົາບັນຫາສຳຄັນຕ່າງໆຄື: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ບົດລາຍງານການເຄື່ອນໄຫວປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021, ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2019 ຂອງອົງການກວດສອບພາກກາງ ແລະ ບົດລາຍງານການການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021 ແລະ ການແກ້ໄຂຜົນການກວດສອບໃນປີຜ່ານມາ ຂອງອົງການກວດກາລັດແຂວງ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2016-2020), ປະຈໍາປີ 2020 ແລະ ທິດທາງແຜນການຮອດກອງປະຊຸມຄັ້ງປະຖົມມະລືກ ແລະ ຄາດຄະເນ ປະຈຳປີ 2021 ຂອງສະພາປະຊາຊົນແຂວງບໍລິຄຳໄຊ, ຮັບຮອງເອົາບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ຮັບຮອງເອົານິຕິກໍາຂອງແຂວງ ຕາມການສະເໜີຂອງທ່ານ ເຈົ້າແຂວງ ຈຳນວນ 3 ສະບັບ, ພ້ອມນີ້ກໍ່ໄດ້ສະເໜີໃຫ້ອົງການປົກຄອງແຂວງຊີ້ນຳ, ຊຸກຍູ້ຄະນະຮັບຜິດຊອບສ້າງຮ່າງນິຕິກຳ, ພະແນກການທີ່ກ່ຽວຂ້ອງ ສືບຕໍ່ປັບປຸງແກ້ໄຂນິຕິກຳດັ່ງກ່າວ ຕາມການປະກອບຄຳເຫັນຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຫຼັງຈາກນັ້ນຈຶ່ງນຳເອົານິຕິກຳນີ້ ນໍາສະເໜີຕໍ່ຄະນະປະຈຳສະພາປະຊາຊົນແຂວງຕາມຂັ້ນຕອນ ເພື່ອອອກມະຕິຮັບຮອງ ແລະ ມອບໃຫ້ເຈົ້າແຂວງ ລົງລາຍເຊັນປະກາດໃຊ້ຢ່າງເປັນທາງການ, ພ້ອມນີ້ກໍ່ຕ້ອງນຳເອົາບັນດານິຕິກຳດັ່ງກ່າວ ລົງໄປໂຄສະນາເຜີຍແຜ່ ໃນທົ່ວສັງຄົມໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ແລະ ກອງປະຊຸມ ຍັງໄດ້ຮັບຮອງເອົາໂຄງປະກອບການຈັກດຕັ້ງ ແລະ ບຸກຄະລາກອນດຳລົງຕຳແໜ່ງທີ່ສຳຄັນຂອງອົງການປົກຄອງແຂວງ.

ພ້ອມນີ້ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານ, ຊີ້ແຈງຈາກທ່ານຮອງເຈົ້າແຂວງ, ບັນດາພະແນກການຈຳນວນໜຶ່ງ ຕາມຄຳສະເໜີຂອງປະຊາຊົນ ແລະ ຄຳຖາມເຈາະຈິ້ມຂອງສະມາຊິກສະພາປະຊາຊົນແຂວງ, ໃນໄລຍະດຳເນີນກອງປະຊຸມຄັ້ງນີ້ ຍັງໄດ້ອອກອາກາດ ຖ່າຍທອດສົດບາງເນື້ອໃນທີ່ສຳຄັນ ຜ່ານທາງສະຖານີວິທະຍຸແຂວງບໍລິຄຳໄຊ ລະບົບ FM 101.3 Mh ພ້ອມທັງເປີດກວ້າງການປະກອບຄຳຄິດຄຳເຫັນ, ຄຳສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ມາສູ່ກອງປະຊຸມ ໂດຍຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ທີ່ບໍ່ເສຍຄ່າໂທລະສັບ, ຜ່ານການສັງລວມ ມີຄຳສະເໜີມາຍັງກອງປະຊຸມ ທັງໝົດ 12 ເລື່ອງ ພົວພັນກັບ 7 ພາກສ່ວນ.

About admins16