ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີປາຖະກະຖາ 02 ວັນປະຫວັດສາດ

  ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ໄດ້ຈັດພິທີປາຖະກະຖາ 02 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ( 22 ມີນາ 1955-22 ມີນາ 2022 ) ແລະ ວັນສ້າງຕັ້ງແຂວງ ບໍລິຄຳໄຊຄົບຮອບ 38 ປີ ( 06 ມີນາ 1984-06 ມີນາ 2022 ) ຂື້ນໃນຕອນເຊົ້າ ວັນທີ 16 ມີນາ 2022. ທີ່ຫ້ອງປະຊຸມເບີ 01 ປກສ ແຂວງ ໂດຍການເປັນປະທານ ແລະ ປາຖະກະຖາ ທ່ານ ພັນເອກ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ.

ພັກປະຊາຊົນ ປະຕິວັດລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955, ຕະຫຼອດໄລຍະການສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາພາການປະຕິວັດ 67 ປີ ຜ່ານມາ, ພັກເຮົາຍາມໃດ ກໍ່ຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ, ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດຂອງປະທານ ໄກສອນ ພົມວິຫານ, ເປົ້າໝາຍສັນຕິພາບ, ເອກະລາດ, ເອກະພາບ ວັດທະນະຖາວອນ ຕາມເສັ້ນທາງສັງຄົມນິຍົມ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ ຍຸຕິທໍາ ແລະ ສີວິໄລ.

ວັນທີ 6 ມີນາ ປີ 1984 ເປັນວັນສ້າງຕັ້ງແຂວງບໍລິຄໍາໄຊ ມາຮອດປີ 2022 ແມ່ນຄົບຮອບ 38 ປີ, ເປັນວັນທີ່ມີຄວາມໝາຍຄວາມສຳຄັນສຳລັບສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນນັກສຶກສາ, ປັນຍາຊົນ, ຊັ້ນຄົນຕ່າງໆ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ຕາມຕົວເມືອງ ແລະ ຊົນນະບົດທົ່ງພຽງ, ພູດອຍຫ່າງໄກສອກຫຼີກໃນທົ່ວແຂວງ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເວົ້າລວມ, ເວົ້າສະເພາະແຂວງບໍລິຄໍາໄຊພວກເຮົາ ໄດ້ພ້ອມກັນປົກປັກຮັກສາ ແລະ ພັດທະນາແຂວງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໃນແຕ່ລະໄລຍະ ນັບແຕ່ແຂວງບໍລິຄຳໄຊ ໄດ້ຮັບການສ້າງຕັ້ງຂຶ້ນ ເປັນຕົ້ນມາ ປະຊາຊົນຊາວແຂວງບໍລິຄໍາໄຊ ໄດ້ພ້ອມພຽງສາມັກຄີກັນ ພາຍໃຕ້ການນຳພາຂອງອົງຄະນະພັກແຂວງແຕ່ລະສະໄໝ ປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

 

About admin11