ປກສ ເມືອງປາກຊັນ  ສືບຕໍ່ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຢູ່ບ້ານ ສີວິໄລ

ຕອນເຊົ້າ  ວັນທີ 16 ມີນາ 2022  ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ  ສືບຕໍ່ຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຢູ່ບ້ານສີວິໄລ, ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ແສງອາລຸນ ແສງອາພອນ ຮອງເລຂາພັກເມືອງ  ຫົວໜ້າຄະນະຊີ້ນໍາວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດ ຂັ້ນເມືອງ.

ໃນພິທີ ຄະນະຮັບຜິດຊອບ ໄດ້ຜັດປ່ຽນກັນຂື້ນເຜີຍແຜ່ເອກະສານທີ່ກ່ຽວພັນ ໃຫ້ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ບັນດາກຸ່ມເປົ້າໝາຍ ໄດ້ຮັບຮູ້, ເຂົ້າໃຈ ເຊັ່ນ:  ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ ລົງວັນທີ 26 ກັນຍາ 2021 ວ່າດ້ວຍການເພີ່ມທະວີການນໍາພາ – ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະນໍາພາ – ຊີ້ນໍາ ແລະ ຄະນະຮັບຜິດຊອບ ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ, ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢູ່ບ້ານສີວິໄລ ເມືອງປາກຊັນ,  ເຊີ່ງຄະນະຮັບຜິດຊອບ ຈະໄດ້ປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເພື່ອເກັບກໍາສະພາບລວມຂອງບ້ານ, ຄັດຈ້ອນ ແລະ ຂື້ນບັນຊີເປົ້າໝາຍ, ເຮັດວຽກງານສອບສວນຂັ້ນພື້ນຖານ,  ແບ່ງປະເພດເປົ້າໝາຍເພື່ອຄຸ້ມຄອງ, ຕິດຕາມ, ກວດກາ, ສຶກສາອົບຮົມກ່າວເຕືອນ.

ຕໍ່ເປົ້າໝາຍທີ່ມີຄວາມຕື່ນຕົວສະໝັກໃຈລາຍງານ ກໍ່ຈະສ້າງບົດບັນທຶກມອບໃຫ້ການຈັດຕັ້ງບ້ານ, ພໍ່ແມ່ຜູ້ປົກຄອງ ແລະ ເຈົ້າໜ້າທີ່ ປກສ ກຸ່ມບ້ານ, ປກສ ເມືອງ ຄຸ້ມຄອງ ສຶກສາອົບຮົມໃຫ້ຢຸດເຊົາ, ຕໍ່ກັບເປົ້າໝາຍທີ່ບໍ່ໃຫ້ການຮ່ວມມື, ບໍ່ຈິງໃຈລາຍງານ  ທາງເຈົ້າໜ້າທີ່ຈະໄດ້ໃຊ້ມາດຕະການທາງດ້ານກົດໝາຍ  ເພື່ອນໍາຕົວພວກກ່ຽວມາກວດນໍ້າປັດສະວະ ເພື່ອຊອກຫາສານເສບຕິດ, ນໍາຕົວມາສືບສວນ – ສອບສວນ ແລະ  ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

ໂອກາດດຽວກັນ ທ່ານ ແສງ ອາລຸນ ແສງອາພອນ ກໍ່ໄດ້ມີຄໍາເຫັນຕໍ່ທີ່ປະຊຸມ  ເຊີ່ງທ່ານໄດ້ກ່າວວ່າ:  ບັນຫາຢາເສບຕິດ ເປັນໄພອັນຕະລາຍ ຢ່າງຮ້າຍແຮງຕໍ່ມວນມະນຸດ, ເປັນອຸປະສັກກົດໜ່ວງຖ່ວງດຶງ ການສ້າງສາພັດທະນາຂອງປະເທດຊາດ, ເປັນບໍ່ເກີດຂອງການກໍ່ອາຊະຍາກໍາ, ນໍາເອົາຄວາມສູນເສຍມາສູ່ຊີວິດ, ຊັບສິນ ແລະ ຄອບຄົວ ຂອງຜູ້ທີ່ພົວພັນກັບຢາເສບຕິດ.

ຍ້ອນແນວນັ້ນ, ພັກ ແລະ ລັດຖະບານ  ຈິ່ງໄດ້ຖືເອົາວຽກງານການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນໜ້າທີ່ສໍາຄັນ ແລະ ຈໍາເປັນ  ໂດຍຊີ້ນໍາ-ນໍາພາ ທຸກພາກສ່ວນໃນສັງຄົມ, ໃຫ້ມີສ່ວນຮ່ວມປະກອບສ່ວນ ໃນການແກ້ໄຂບັນຫາດັ່ງກ່າວ.

ຮຽກຮ້ອງມາຍັງອໍານາດການປົກຄອງບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງນໍາເອົາແນວທາງນະໂຍບາຍພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິ,  ຄໍາສັ່ງກ່ຽວກັບບັນຫາຢາເສບຕິດ ໄປເຜີຍແຜ່ເຊື່ອມຊືມໃຫ້ລູກຫຼານຂອງຕົນ, ຊາວໜຸ່ມ – ເຍົາວະຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ເອົາໃຈໃສ່ສືກສາອົບຮົມລູກຫຼານຂອງຕົນ ບໍ່ໃຫ້ໄປຫຍຸ້ງກ່ຽວພົວພັນ ແລະ ຕົກເປັນທາດຂອງຢາເສບຕິດ.

ມອບຄວາມຮັບຜິດຊອບ ໃຫ້ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ  ມີສ່ວນຮ່ວມໃນການແກ້ໄຂບັນຫາຢາເສບຕິດພາຍໃນບ້ານ, ລາຍງານສະພາບການທີ່ເກີດຂື້ນພາຍໃນບ້ານ, ສືກສາອົບຮົມລູກຫຼານຂອງຕົນ ບໍ່ໃຫ້ໄປພົວພັນຫຍຸ້ງກ່ຽວກັບຢາເສບຕິດ, ຖ້າຫາກພົບເຫັນລູກຫຼານ ຫຼື ບຸກຄົນໃດພົວພັນຢາເສບຕິດ ກໍ່ໃຫ້ລາຍງານເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ, ປກສ ກຸ່ມ, ປກສ ບ້ານ, ອໍານາດການປົກຄອງບ້ານ  ເພື່ອຊອກຫາວິທີແກ້ໄຂ, ເພື່ອໃຫ້ເຂົາເຈົ້າຢຸດເຊົາ.

 

About admin11