ຝຶກອົບຮົມວຽກງານຈັດຕັ້ງພັກ – ພະນັກງານ ໃຫ້ບ້ານຫ້ວຍຫອຍ

     ໃນລະຫວ່າງວັນທີ 15 – 16 ມີນາ 2022 ຢູ່ຫ້ອງການບ້ານຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ຄະນະຈັດຕັ້ງເມືອງວຽງທອງ ໄດ້ຈັດກອງປະຊຸມ ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງບ້ານຫ້ວຍຫອຍ ຜູ້ທີ່ເຮັດວຽກງານກ່ຽວກັບວຽກຈັດຕັ້ງພັກ – ພະນັກງານ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລິດ ສິດທິອໍາພາ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີພະນັກງານຫ້ອງການທີ່ກ່ຽວຂ້ອງ ແລະ ການຈັດຕັ້ງບ້ານ ເຂົ້າຮ່ວມ.

    ຜູ້ເຂົ້າຝຶກໄດ້ພ້ອມກັນເຊື່ອມຊືມ ແລະ ຄົ້ນຄ້ວາບັນດາເອກະສານກ່ຽວກັບວຽກງານຈັດຕັ້ງພັກ-ພະນັກງານ ເປັນຕົ້ນແມ່ນເອກະສານ ທີ່ຕັ້ງ, ພາລະບົດບາດ, ໜ້າທີ່ ແລະ ສິດຂອງການຈັດຕັ້ງຮາກຖານພັກ, ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງກົມການເມືອງສູນກາງພັກ ແລະ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍວຽກງານຂະຫຍາຍພັກ, ຄໍາແນະນໍາຂອງຄະນະຈັດຕັ້ງແຂວງບໍລິຄໍາໄຊ ກ່ຽວກັບການຈັດຕັ້ງປະຕິບັດຄຳແນະນໍາຂອງຄະນະຈັດຕັ້ງສູນກາງພັກ ແລະ ຄໍາສັ່ງຂອງຄະນະປະຈໍາພັກແຂວງບໍລິຄໍາໄຊ ວ່າດ້ວຍການຂະຫຍາຍພັກ, ເອກະສານເພີ່ມທະວີການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ – ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອກສານກະກຽມດຳເນີນກອງປະຊຸມໃຫຍ່ຂອງຮາກຖານພັກ, ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊິວິດພັກ, ເອກະສານວຽກງານອອກບັດ-ມອບບັດ ໃຫ້ສະມາຊິກພັກສົມບູນ, ການເຕົ້າລວມຮ່ວມຊີວິດພັກປະຈຳເດືອນຂອງໜ່ວຍພັກ, ປະຈໍາໄຕມາດຂອງຄະນະພັກຮາກຖານ, ການຄຸ້ມຄອງ, ການນໍາໃຊ້ເງິນສະຕິພັກ, ການສົ່ງເງິນສະຕິພັກ ແລະ ເອກະສານຕ່າງໆທີ່ສຳຄັນຕື່ມອີກ.

ຈຸດປະສົງ ກໍ່ເພື່ອເປັນການຍົກລະດັບຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ອົງການຈັດຕັ້ງບ້ານຜູ້ທີ່ປະຕິບັດວຽກງານຈັດຕັ້ງພັກ – ພະນັກງານ ໃຫ້ສາມາດນໍາໄປຈັດຕັ້ງປະຕິບັດຖືກຕ້ອງຕາມຫຼັກການ.

  

 

 

About admin11