ປກສ ເມືອງ ວຽງທອງ ມອບລົດຈັກທີ່ຄົນຮ້າຍລັກໄປຄືນເຈົ້າຂອງເດີມ

ວັນທີ 15 ສິງຫາ 2022 ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງ ວຽງທອງ ແຂວງບໍລິຄຳໄຊ ໄດ້ມອບລົດຈັກທີ່ຖືກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ ເປັນກຽດເຮົ້າຮ່ວມມອບໂດຍ ທ່ານ ພັນຕີ ຄຳພວຍ ກໍ່ເພັງນະວົງ ຄະນະພັກ,ຄະນະກອງບັນຊາການ ປກສ ເມືອງ ແລະ ຮັບໂດຍ ທ່ານ ສີສະຫວັນ ອາຍຸ 64 ປີ, ອາຊີບ ພະນັກງານບໍານານ ຢູ່ບ້ານຫຼັກ 12 ເມືອງຄໍາເກີດ ໂດຍມີພະນັກງານວິຊາການ ພະແນກຕໍາຫຼວດ ປກສ ເມືອງ ເຂົ້າຮ່ວມ.

ທ່ານ ພັນຕີ ຄໍາເພື່ອນ ສີປະເສີດ ຮອງພະແນກຕໍາຫຼວດ, ຜູ້ຊີ້ນໍາວຽກຈະລາຈອນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 8 ສິງຫາ 2022 ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງວຽງທອງ ໄດ້ຮັບແຈ້ງຈາກເຈົ້າຂອງລົດຈັກວ່າ ຕົນເອງໄດ້ຂັບຂີ່ລົດໄປຈອດໄວ້ຢູ່ເດີ່ນເຂດບ້ານ ຫຼັກ 12 ເມືອງຄໍາເກີດ ປະມານ 20 ນາທີ, ຈາກນັ້ນ ຕົນເອງຈຶ່ງໄດ້ຍາງອອກມາຫາລົດຈັກຈະກັບເຮືອນ ປະກົດວ່າບໍ່ເຫັນລົດຕົນເອງ ເຊີ່ງລົດຄັນດັ່ງກ່າວ ແມ່ນເປັນລົດຍີ່ຫໍ້ເວບ 100 S ສີແດງດຳ, ເລກຈັກ HA 15E 2404874 ເລກຖັງ RP2HA1500NC2404874 ທະບຽນ (ຈສ 5918 ບໍລິຄໍາໄຊ), ຈຶ່ງໄດ້ແຈ້ງຄວາມຫາເຈົ້າໜ້າທີຈະລາຈອນເມືອງຄຳເກີດ ແລະ ຈະລາຈອນ ເມືອງວຽງທອງ.

ຮອດເວລາ 12 ໂມງ 00 ຂອງວັນທີ 14 ສິງຫາ 2022 ເຈົ້າໜ້າທີປະຈໍາຈຸດກວດກາ ບ້ານນາດີ ໄດ້ພົບເຫັນລົດຈັກທີ່ຕ້ອງສົງໃສ ຈຶ່ງໄດ້ລັດລົດເພື່ອກວດກາເອກະສານ ແຕ່ຜູ່ກ່ຽວກໍ່ບໍ່ຍອມຈອດ ພ້ອມເອົາຕົວລົບໜີໄປທາງບ້ານອຸດົມໄຊ ເມືອງວຽງທອງ, ເຈົ້າໜ້າທີ່ ຈຶ່ງໄດ້ຂັບລົດຕິດຕາມ ພໍດີຮອດຈຸດລະຫວ່າງບ້ານນ້ຳກ້າງ ຫາ ບ້ານອຸດົມໄຊ ຜູ້ຂັບຂີ່ລົດໄດ້ປະລົດເອົາຕົວລົບໜີເຂົ້າປ່າ, ເຈົ້າໜ້າທີ່ໄດ້ກວດຄົ້ນລົດ ຈຶ່ງຮູ້ວ່າ ລົດຄັນດັ່ງກ່າວ ແມ່ນລົດຂອງ ທ່ານ ສີສະຫວັນ ທີ່ໄດ້ແຈ້ງເສຍຜ່ານມາ.

ຈາກນັ້ນ ເຈົ້າໜ້າທີ່ ປກສ ເມືອງວຽງທອງ ຈຶ່ງໄດ້ມອບລົດຄັນດັ່ງກ່າວຄືນໃຫ້ເຈົ້າຂອງເດີມ, ສ່ວນຄົນຮ້າຍທາງເຈົ້າໜ້າທີ່ຍັງຕິດຕາມເອົາຕົວມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

About admins14