ຄໍາເກີດສະເຫຼີມສະຫຼອງວັນສົ່ງເສີມໂພສະນາການແຫ່ງຊາດ

ເພື່ອເປັນການສະເຫຼີມສະຫຼອງ ວັນສົ່ງເສີມໂພສະນາການແຫ່ງຊາດ ຄົບຮອບ 14 ປີ, ວັນສັບປະດາສາກົນການລ້ຽງລູກດ້ວຍນົມແມ່ ໃນວັນທີ 15 ສິງຫາ 2022 ຢູ່ຫ້ອງການບ້ານໜອງດົງ ເມືອງຄໍາເກີດ ໄດ້ຈັດພິທີສະເຫຼີມສະຫຼອງວັນສົ່ງເສີມໂພສະນາການແຫ່ງຊາດ ແລະ ວັນສັບປະດາສາກົນການລ້ຽງລູກດ້ວຍນົມແມ່ ໂດຍການເປັນປະທານຂອງ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ, ຜູ້ຊິີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີການຈັດຕັ້ງບ້ານ, ບັນດາແມ່ ແລະ ເດັກ, ຄະນະໂພສະນາການຂັ້ນເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ດຣ ອຳພອນ ພົມມະສານ ຫົວໜ້າຫ້ອງການສາທາລະນະສຸກເມືອງ ກ່າວໃນພິທີວ່າ: ໂພສະນາການ ມີຄວາມໝາຍຢ່າງກ້ວາງຂວາງ ຊຶ່ງກວມເອົາຫຼາຍຂະບວນການ ນັບຕັ້ງແຕ່ບ່ອນຜະລິດອາຫານ, ການຢາຍອາຫານ, ການແປຮູບອາຫານ ຈົນເຖິງຜູ້ບໍລິໂພກ, ອາຫານທີ່ໄດ້ບໍລິໂພກເຂົ້າສູ່ຮ່າງກາຍແລ້ວ ສາມາດນຳໄປໃຊ້ເປັນປະໂຫຍດໃນດ້ານການຈະ ເລີນເຕີບໂຕ, ຄໍ້າຈູນປະຄັບປະຄອງ ແລະ ສ້ອມແຊມພາກສ່ວນຕ່າງໆຂອງຮ່າງກາຍ, ອາຫານທີ່ບໍລິໂພກທຸກໆມື້ນີ້ ມີບາງຢ່າງມີຄຸນປະໂຫຍດ ແລະ ບາງຢ່າງບໍ່ມີຄຸນປະໂຫຍດແຕກຕ່າງກັນໄປ, ອາຫານມີຫຼາຍຊະນິດ ທີ່ບໍລິໂພກແລ້ວອີ່ມ ແຕ່ບໍ່ມີຄຸນປະໂຫຍດ ແລະ ມີໂທດຕໍ່ຮ່າງກາຍ, ການໄດ້ຮັບອາຫານທີ່ພຽງພໍທາງດ້ານປະລິມານ ແລະ ຄຸນນະພາບເປັນສິ່ງຈຳເປັນທີ່ສຸດສຳລັບຮ່າງກາຍ ເພື່ອເຮັດໃຫ້ມີສຸຂະພາບແຂງແຮງ ປັດສະຈາກໂລກໄພໄຂ້ເຈັບຕ່າງໆ.

ຄະນະສົ່ງເສີມໂພສະນາການ ໄດ້ແນະນຳວິທີການ ແລະ ຄຸນປະໂຫຍດຂອງການສົ່ງເສີມການລ້ຽງລູກດ້ວຍນົມແມ່ ແລະ ອາຫານ 6 ໝູ່ ທີ່ຈໍາເປັນໃນຊີວິດປະຈໍາວັນ ໃຫ້ແກ່ແມ່ຍີງໄວຈະເລີນພັນໄດ້ຮັບຮູ້ – ເຂົ້າໃຈ ເພື່ອນຳໄປໝູນໃຊ້ໃນຄອບຄົວ.

ຕອນທ້າຍພິທີ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ ຍັງໄດ້ຮຽກຮ້ອງມາຍັງການຈັດຕັ້ງບ້ານ ໃຫ້ສືບຕໍ່ເຜີຍແຜ່ໂຄສະນາໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ເຂົ້າໃຈໃນການລ້ຽງລູກດ້ວຍນົມແມ່ ເພື່ອເຮັດໃຫ້ລູກຫຼານຂອງພໍ່ແມ່, ພີ່ນ້ອງມີສຸຂະພາບແຂງແຮງດີ ແລະ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນໂພສະນາການແຫ່ງຊາດ.

About admins14