ໄຊຈຳພອນ ເຜີຍແຜ່ເຊື່ອມຊຶມດຳລັດ 184/ລບ

ກອງປະຊຸມເຜີຍແຜ່ເຊື່ອມຊຶມດຳລັດ 184/ລບ ຂອງອົງການຈັດຕັ້ງມະຫາຊົນ, ຫ້ອງວ່າການ, ແນວລາວສ້າງຊາດ ແລະ ສະຫະພັນນັກຮົບເກົ່າ ເມືອງໄຊຈຳພອນ ຊຸດທີ 2 ໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2022 ທີ່ຫ້ອງວ່າການປົກຄອງເມືອງ ໂດຍການເປັນປະທານຂອງ ທ່ານ ສ້ອຍມະນີ ຈັນເນັ່ງປາວ ປະທານອົງການກວດກາພັກ – ລັດ ເມືອງ.

ດຳລັດ 184/ລບ ວ່າດ້ວຍຈັນຍາບັນ ຂອງພະນັກງານ – ລັດຖະກອນ ປະກອບມີ 04 ໝວດ 14 ມາດຕາ ໂດຍກຳນົດຈຸດປະສົງ, ຈັນຍາບັນ, ຫຼັກການຈັນຍາບັນ, ຂອບເຂດການນຳໃຊ້, ປະເພດຈັນຍາບັນຂອງພະນັກງານ – ລັດຖະກອນ, ຈັນຍາບັນຕໍ່ຕົນເອງ, ຈັນຍາບັນຕໍ່ວິຊາຊີບ, ຈັນຍາບັນຕໍ່ການຈັດຕັ້ງ, ຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ, ນະໂຍບາຍຕໍ່ຜູ້ມີຜົນງານ, ມາດຕະການຕໍ່ຜູ້ລະເມີດ.

ຈຸດປະສົງການເຊື່ອມຊຶມ ກໍ່ເພື່ອຍົກສູງໃຫ້ສະມາຊິກພັກ, ພະນັກງານ – ລັດຖະກອນ ມີທັດສະນະຄະຕິທີ່ດີ ຕໍ່ໜ້າທີ່ວຽກງານຂອງຕົນ, ແນໃສ່ຄຸ້ມຄອງ ແລະ ສຶກສາອົບຮົມພະນັກງານລັດຖະກອນ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໜັກແໜັນ, ມີຄວາມຮັບຜິດຊອບສູງ, ມີສະຕິຕື່ນຕົວເຄົາລົບ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດຕໍ່ໜ້າວຽກງານ ກໍຄືການອຸທິດຕົນຮັບໃຊ້ປະຊາຊົນ ແລະ ປະເທດຊາດດ້ວຍຄວາມຊື່ສັດບໍລິສຸດ.

About admins14