ເມືອງທ່າພະບາດ ເປີດພິທີ ໃຫ້ວັກຊີນກັນພະຍາດແຫ່ງຊາດ ເພື່ອປ້ອງກັນ ການລະບາດຂອງພະຍາດ COVID -19

 ໃນວັນທີ 16 ມີນາ 2022 ຢູ່ທີ່ໂຮງຮຽນປະຖົມສົມບູນ ບ້ານ ທ່າບົກ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປິດພິທີ ໃຫ້ວັກຊີນກັນພະຍາດແຫ່ງຊາດ ເພື່ອປ້ອງກັນ ແລະ ໂຕ້ຕອບການລະບາດຂອງພະຍາດ COVID -19 ໂດຍການເປັນປະທານຮ່ວມຂອງທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ ແລະ ທ່ານ ໄພວັນ ສາວິສິດ ຮອງນາຍບ້ານ ທ່າບົກ, ມີບັນດາຫົວໜ້າຫ້ອງການ, ການຈັດຕັ້ງຂອງບ້ານ ຕະຫຼອດຮອດ ຄູ ແລະ ນ້ອງນັກຮຽນ ພ້ອມທັງພະນັກງານແພດໝໍຜູ້ຮັບຜິດຊອບວຽກງານສັກວັກຊີນ ເຂົ້າຮ່ວມ

 ດັ່ງທີ່ພວກເຮົາຮູ້ແລ້ວວ່າ ການລະບາດຂອງພະຍາດ COVID – 19 ໄດ້ແຜ່ລາມໃນຫຼາຍປະເທດທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ຊື່ງເຮັດໃຫ້ເປັນຜົນສະທ້ອນຕໍ່ເສດຖະກິດ ສັງຄົມເຮັດໃຫ້ການດຳລົງຊິວິດຂອງປະຊາຊົນ ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ, ສະເພາະແຂວງບໍລິຄຳໄຊ ກໍ່ໄດ້ມີການຕິດເຊື້ອສະສົມລວມທັງໝົດ 4.021 ຄົນ, ປີ່ນປົວດີສະສົມ 3.942, ຄົນກໍາລັງປີ່ນປົວ 49 ຄົນ, ເສຍຊິວິດທັງໝົດ 32 ຄົນ.

ເພື່ອເປັນການຍົກອັດຕາການໃຫ້ວັກຊີນກັນພະຍາດ COVID – 19 ເພີ່ມຂື້ນ ໃຫ້ບັນລຸຄາດໝາຍ 80% ຂອງປະຊາກອນໃນທ້າຍປີ 2022  ຈຳເປັນຕ້ອງໄດ້ເປີດຂະບວນການວັນໃຫ້ວັກຊີນກັນພະຍາດແຫ່ງຊາດ ເພື່ອປ້ອງກັນ ແລະ ໂຕ້ຕອບການລະບາດຂອງພະຍາດ COVID – 19 ໂດຍເປົ້າໝາຍຜູ້ທີ່ຈະໄດ້ຮັບວັກຊີນແມ່ນເດັກນ້ອຍ ອາຍຸ 6 ປີ ຂື້ນໄປເຖີງຜູ້ສູງອາຍຸ, ຜູ້ທີ່ບໍ່ໄດ້ຮັບວັກຊີນຈັກເຂັມ ຫຼື ຜູ້ທີ່ສັກແລ້ວແຕ່ຍັງບໍ່ຄົບ 3 ເຂັມ ຊື່ງຈະໄດ້ສັກໃນຄັ້ງນີ້ ເຂັມ ທີ 1, ເຂັມ 2 ແລະ ເຂັມ 3 ໄປພ້ອມໆ ກັນຈົນກ່ວາຈະສຳເລັດຕາມຄາດໝາຍ.

About admin11