ສຳເລັດຊຸດອົບຮົມວິຊາຊີບ ຕັດຫຍິບ ໄລຍະສັ້ນ ໃຫ້ຊາວໜຸ່ມກຸ່ມເປົ້າໝາຍຢູ່ເມືອງຄຳເກີດ

ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2022 ນີ້ ທີ່ຫ້ອງປະຊຸມການສຶກສານອກໂຮງຮຽນໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຫລັກສູດໄລຍະສັ້ນ 2 ເດືອນ ໃນຫົວຂໍ້ ” ຄວາມຮູ້ພື້ນຖານຕັດຫຍິບເສື້ອຜ້າຊ່ວງທີ II ໃຫ້ແກ່ຊາວໜຸ່ມຜູ້ດ້ອຍໂອກາດໃນບ້ານເປົ້າໝາຍຂອງແຜນງານພັດທະນາທ້ອງຖິ່ນແຂວງບໍລິຄໍາໄຊ ແຜນງານລາວ 030  ໂດຍການເປັນປະທານຂອງທ່ານ ບຸນຍອດ ລໍວັນໄຊ ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງ ເປັນປະທານຮ່ວມໂດຍທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄໍາເກີດ ມີຮອງຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ອໍານວຍການ ການສຶກສານອກໂຮງຮຽນ ພະນັກ ງານຄູ-ອາຈານ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມ.

 ການເຝິກອົບຮົມຕັດຫຍິບຄັ້ງນີ້ເປັນຊຸດທີ 16 ມີນັກຮຽນທັງໝົດ 16 ຄົນ, ຍິງ 15 ຄົນ; ໄດ້ເປີດການຮຽນ-ການສອນຕົວຈິງແຕ່ວັນທີ 29 ມີນາ 2022 ຫາ ວັນທີ 25 ພຶດສະພາ 2022 ເປັນໄລຍະເວລາ 2 ເດືອນກວ່າ; ກິດຈະກໍາການຮຽນ-ການສອນແບບຮຽນເຄື່ອງຜູ້ຊາຍມີ: ເສື້ອຄໍເຊີດແຂນສັ້ນ-ຍາວ, ເສື້ອຄໍຈີນແຂນສັ້ນ-ຍາວ, ເສື້ອຊັບຟາລີແຂນສັ້ນ-ຍາວ, ໂສ້ງບໍ່ມີກີບຂາສັ້ນ-ຍາວ, ໂສ້ງມີກີບຂາສັ້ນ-ຍາວ; ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນຕົວຈິງສາມາດຕີລາຄາໄດ້ ປະເພດຕັດ ແລະ ຫຍິບດີມີ 13 ຄົນ, ຍິງ 13 ຄົນ ສະເລ່ຍໄດ້ 81,25%, ປະເພດຕັດ ແລະ ຫຍິບປານກາງມີ 3 ຄົນ ຍິງ 2 ຄົນ ສະເລ່ຍໄດ້ 18,75%; ຈາກນັ້ນ ກໍ່ໄດ້ມອບໃບຢັ້ງຢືນຈໍານວນ 16 ໃບໃຫ້ແກ່ນັກຮຽນ ກ່າວມອບໂດຍທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄໍາເກີດ.

About admin11