ປກສ ເມືອງຄໍາເກີດ ສະຫລຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022

ກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ຂອງກອງບັນຊາການ ປກສ ເມືອງຄໍາເກີດ ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2023 ທີ່ຫ້ອງປະຊຸມບໍລິສັດພັດທະນາຊົນນະບົດໃໝ່, ໂດຍການເປັນປະທານຂອງ ທ່ານ ພັນໂທ ລໍາເງິນ ພະບາດໄຊ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງຄໍາເກີດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ ແລະ ທ່ານ ພັນເອກ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກກອງບັນຊາການ, ຄະນະພະແນກ, ປກສ ກຸ່ມບ້ານ ຕະຫຼອດຮອດ ພະນັກງານ-ນັກຮົບ ທົ່ວກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ເຊີ່ງໄດ້ຍົກໃຫ້ເຫັນຜົນສໍາເລັດ ໃນການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານວິຊາສະເພາະດ້ານຕ່າງໆ, 1 ປີຜ່ານມາ ມີຄະດີເກີດຂື້ນທັງໝົດ 114 ເລື່ອງ ກັກຕົວຜູ້ຖືກຫາ 163 ຄົນ, ຍິງ 11 ຄົນ, ໃນນັ້ນ ມີຄະດີອາຍາ 63 ເລື່ອງ, ກັກຕົວ 54 ຄົນ ຍິງ 8 ຄົນ, ຄະດີ ເສດຖະກິດ 4 ເລື່ອງ, ກັກຕົວ 4 ຄົນ, ຄະດີຢາເສບຕິດ 47 ເລື່ອງ ກັກຕົວ 107 ຄົນ ຍິງ 3 ຄົນ, ຂອງກາງຄະດີຢາບ້າ ຈໍານວນ 5.338 ເມັດ, ຢາໄອ້ 110 ຫໍ່, ນໍ້າໜັກ 110 ກິໂລກຼາມ, ເຮໂລອີນ 11 ຫຼອດ, ຄັນຊາແຫ້ງ 812 ກິໂລກຼາມ, ລົດໃຫຍ່ 3 ຄັນ, ລົດຈັກ 2 ຄັນ, ປືນສັ້ນດັດແປງ 3 ກະບອກ, ປືນແກັບ 5 ກະບອກ, ສົມທົບກັບພາກສ່ວນກ່ຽວຂ້ອງ ທໍາລາຍສວນຄັນຊາໄດ້ 54 ສວນ ເນື້ອທີ່ 38 ກ່ວາເຮັກຕ່າ, ກວດກາພາຫະນະ 4.092 ຄັນ, ສຶກສາອົບຮົມນັກຂັບຂີ່ 2.792 ຄົນ, ຕິດປ້າຍລົດຈັກໄດ້ 410 ຄັນ, ອຸປະຕິເຫດເກີດຂື້ນ 71 ເລື່ອງ, ມີຜູ້ໄດ້ຮັບບາດເຈັບ 143 ຄົນ, ເສຍຊີວິດ 6 ຄົນ, ພາຫະນະເປ່ເພ 127 ຄັນ, ອັກຄີໄພເກີດຂື້ນ 2 ຄັ້ງ, ລວມມູນຄ່າເສຍຫາຍ 74 ລ້ານກວ່າກີບ.

ສະເໜີເລື່ອນຊັ້ນໃຫ້ພະນັກງານທັງໝົດ 36 ສະຫາຍ, ເອົາໃຈໃສ່ພັດທະນາກົມກອງ ໃນປີ 2022 ປກສ ເມືອງຄໍາເກີດ ໄດ້ສ້າງຫ້ອງການ ປກສ ກຸ່ມບ້ານໜອງກອກ ມູນຄ່າ 120.000.000 ກີບ, ສາງເກັບມ້ຽນເຄື່ອງ 1 ຫຼັງ ມູນຄ່າ 70.000.000 ກີບ.

About admins14