ປກສ ເມືອງປາກຊັນ ສຶກສາອົບຮົມກຸ່ມໄວລຸ່ນທີ່ມົ້ວສຸມສານເສບຕິດ

ວັນທີ 2 ກຸມພາ 2023 ຢູ່ຫ້ອງການພະເເນກຕໍາຫຼວດ ປກສ ເມືອງປາກຊັນ ໄດ້ສຶກສາອົບຮົມ ກຸ່ມໄວລຸ່ນ ມົ້ວສຸມ ສານເສບຕິດ (ນໍ້າກະທ່ອມ) ໃຫ້ການສຶກສາອົບຮົມກ່າວເຕືອນໂດຍ ທ່ານ ພັທ ທອງຕຸ່ນ ວົງສົມສຸກ ຫົວໜ້າພະເເນກຕໍາຫຼວດ ປກສ ເມືອງປາກຊັນ, ມີຜູ້ປົກຄອງ ແລະ ກຸ່ມໄວລຸ່ນທີ່ມົ້ວສຸມເສບສານເສບຕິດ ຈຳນວນ 6 ຄົນ ເຂົ້າຮ່ວມ.

ເຈົ້າໜ້າທີ່ ປກສ ເມືອງປາກຊັນໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 31 ມັງກອນ 2022 ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງປາກຊັນ ໄດ້ລົງມ້າງກຸ່ມມົ່ວສຸມສານເສບຕິດ (ນໍ້າກະທ່ອມ) ທີ່ບ້ານອານຸສອນໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ, ຜ່ານການປະຕິບັດໜ້າທີ່ສາມາດກັກຕົວຜູ້ຖືກຫາໄດ້ຈໍານວນ 06 ຄົນ, ຜ່ານການສືບສວນ-ສອບສວນ ພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ເລີ່ມພົວພັນເສບສານເສບຕິດ (ນໍ້າກະທ່ອມ) ໃນໄລຍະເດືອນ ມັງກອນ ປີ 2023 ເປັນຕົ້ນມາ ສ່ວນໃບກະທ້ອມແມ່ນພວກກ່ຽວໄດ້ອອກເງິນກັນຄົນລະ 30.000 ກີບ ພາຍຫຼັງໄດ້ເງິນມາແລ້ວພວກກ່ຽວໄດ້ໄປຊື້ໃບກະທ່ອມນໍາ ທ້າວ ກໍ (ນາມສົມມຸດ) ບ້ານສີວິໄລ ເມືອງປາກຊັນ 02 ຄັ້ງ, ຄັ້ງລະ 01 ຊຸດ ໃນລາຄາຊຸດລະ 85.000 ກີບ, ຫຼັງຈາກໄດ້ໃບກະທ່ອມມາແລ້ວພວກກ່ຽວກໍ່ໄດ້ພາກັນຕົ້ມ ແລະ ໄດ້ພາກັນເສບ ຫຼື (ດື່ມ) ຈົນໝົດ.

ຄັ້ງສຸດທ້າຍ ໃນວັນທີ 31 ມັງກອນ 2023 ພວກກ່ຽວທັງ 06 ຄົນ ໄດ້ອອກເງິນກັນຊື້ຄົນລະ 30.000 ກີບ ເຊີ່ງໄດ້ໄປຊື້ໃບກະທ່ອມນໍາ ທ້າວ ກໍ, ຕົກມາຮອດເວລາ 22 ໂມງ ພວກກ່ຽວກໍ່ໄດ້ຖືກເຈົ້າໜ້າທີ່ກັກຕົວ ພ້ອມທັງກວດກາບໍລິເວນເຮືອນ ພົບເຫັນຂອງກາງເປັນນໍ້າກະທ່ອມທີ່ຕົ້ມສໍາເລັດແລ້ວ 01 ໝໍ້ ຈໍານວນ 10 ລິດ ພ້ອມອຸປະກອນການຕົ້ມຈໍານວນໜຶ່ງ, ຜ່ານການສືບສວນ-ສອບສວນ ແລະ ເກັບກໍາຂໍ້ມູນຢ່າງລະອຽດຮອບດ້ານ, ພາວະວິໃສຂອງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະແລ້ວ ສັງເກດຕີລາຄາເຫັນວ່າ: ພວກກ່ຽວຈໍານວນ 06 ຄົນ ແມ່ນມີເຈດຕະນາພົວພັນເສບສານເສບຕິດປະເພດ (ນໍ້າກະທ່ອມ) ແທ້, ພຶດຕິກໍາຂອງພວກກ່ຽວແມ່ນເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ, ເປັນການກະທໍາຜິດໃນສະຖານພົວພັນເສບສານເສບຕິດ (ນໍ້າກະທ່ອມ) ຕາມມາດຕາ 320 ຂອງປະມວນກົດໝາຍອາຍາແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທາງເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວພວກກ່ຽວມາສຶກສາອົບຮົມກ່າວເຕືອນຕາມລະບຽບກົດໝາຍ.

ໃນໂອກາດດັ່ງກ່າວທ່ານ ພັທ ທອງຕຸ່ນ ວົງສົມສຸກ ໄດ້ຮຽກຮ້ອງມາຍັງກຸ່ມໄວລຸ່ນທັງໝົດ ຈົ່ງພ້ອມກັນຢຸດເຊົາພຶດຕິກໍາດັ່ງກ່າວ ແລະ ບໍ່ກັບໄປມົ້ວສຸມກັບສິງເສບຕິດທຸກຊະນິດອີກ, ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄົ້ວຮໍ່າຮຽນເປັນລູກທີ່ດີຂອງພໍ່ເເມ່ ແລະ ເປັນພົນລະເມືອງດີຂອງສັງຄົມ, ຮຽກຮ້ອງມາຍັງພໍ່ເເມ່ຜູ້ປົກຄອງຈົ່ງເອົາໃຈໃສ່ເບີ່ງເເຍງ, ສຶກສາອົບຮົມລູກຫຼານຂອງຕົນບໍ່ໃຫ້ໄປມົ້ວສຸມພົວພັນກັບສິ່ງເສບຕິດທຸກຊະນິດ, ເພື່ອເຮັດໄຫ້ເຂົາເຈົ້າເຕີບໃຫ່ຍເປັນຄົນດີຂອງຄອບຄົວ ປະເທດຊາດ ແລະ ມີອານາຄົດທີ່ສົດໃສໃນພາຍໜ້າ.

About admins14