ທະຫານແຂວງບໍລິຄຳໄຊ ປະກາດເລື່ອນຊັ້ນນາຍສິບ

ໃນວັນທີ 2 ກຸມພາ 2023 ທີ່ຫ້ອງປະຊຸມກອງບັນຊາການທະຫານ ແຂວງ ບໍລິຄຳໄຊ ໄດ້ຈັດພິທີປະກາດເລື່ອນຊັ້ນນາຍສິບ ໃຫ້ບັນດາພະນັກງານນັກຮົບທົ່ວແຂວງ ເປັນປະທານໂດຍ ສະຫາຍ ພັນເອກ ພິດາວັນ ພິມເຮືອງສີ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງບໍລິຄຳໄຊ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.

ອິງຕາມຂໍ້ກຳນົດວ່າດ້ວຍລະບຽບການຂອງນາຍສິບ ແລະ ພົນທະຫານໃນກອງທັບປະຊາຊົນລາວ( ສະບັບປັບປຸງ) ເລກທີ 1681/ກປທ, ລົງວັນທີ 12 ພຶດສະພາ 2016, ກົມໃຫຍ່ເສນາທິການກອງທັບ ໄດ້ຕົກລົງເລື່ອນຊັ້ນສິບເອກຂື້ນວາທີຈໍານວນ 50 ສະຫາຍ, ໃນໂອກາດດຽວກັນນີ້ ຍັງໄດ້ຜ່ານແຈ້ງການຂອງກົມກໍາລັງພົນ ເລກທີ 246/ກລພ ລົງວັນທີ 24 ມັງກອນ 2023 ກ່ຽວກັບເລື່ອງທະຫານພັນທະປະຈໍາປີ 2020 ທີ່ສືບຕໍ່ເຂົ້າເປັນທະຫານອາຊີບ ເຊີ່ງໃນນີ້ ກົມກຳລັງພົນກົມໃຫຍ່ເສນາທິການກອງທັບ ແຈ້ງໃຫ້ຊາບກ່ຽວກັບທະຫານພັນທະປີ 2020 ແມ່ນມີຜູ້ທີ່ຄົບມາດຖານເງື່ອນໄຂສືບຕໍ່ເຂົ້າເປັນທະຫານອາຊີບ ໂດຍໄດ້ຮັບການອະນຸມັດຂອງກົມໃຫຍ່ເສນາທິການກອງທັບຈໍານວນ 147 ສະຫາຍ.

ຕອນທ້າຍ ສະຫາຍ ພັນເອກ ພິດາວັນ ພີມເຮືອງສີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຜູ້ໄດ້ຮັບການເລື່ອນຊັ້ນໃໝ່ ເຊີ່ງເປັນການຢັ້ງຢືນເຖິງຜົນງານ, ໄຊຊະນະທີ່ບັນດາສະຫາຍຍາດມາໄດ້ ແລະ ທັງເປັນການເຊື່ອໝັ້ນໄວ້ວາງໃຈຂອງພັກ-ລັດ ທີ່ມີຕໍ່ກັບບັນດາສະຫາຍ, ນອກນັ້ນ ຍັງໄດ້ຮຽບຮ້ອງໃຫ້ແຕ່ລະສະຫາຍ ສືບຕໍ່ເພີ່ມທະວີຄວາມສາມັກຄີ ໃຫ້ເປັນປຶກແຜ່ນ, ປັບປຸງແບບແຜນວິທີ່ເຮັດວຽກ ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ໃຫ້ມີຜົນສໍາເລັດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ຄົ້ນຄວ້າຊອກຮູ້ຮ່ຳຮຽນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ – ລັດ ແລະ ປະຊາຊົນມອບໝາຍໃຫ້.

About admins14