ປູກຈິດສຳນຶກ ກ່ຽວກັບພາວະການເປັນຜູ້ນຳໃຫ້ຄະນະພັດທະນາບ້ານທີ່ເປັນແມ່ຍິງ

ໃນວັນທີ 3 ສິງຫາ 2022 ທີ່ຫ້ອງປະຊຸມ ສ.ວ.ດ ເມືອງຄໍາເກີດ ໄດ້ຈັດຊຸດຝຶກອົບຮົມວຽກງານປູກຈິດສຳນຶກກ່ຽວກັບພາວະການເປັນຜູ້ນຳໃຫ້ຄະນະພັດທະນາບ້ານທີ່ເປັນແມ່ຍິງ ໂດຍການເປັນປະທານ ຂອງທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄໍາເກີດ ມີຄະນະພັດທະນາສະຫະພັນແມ່ຍິງແຂວງ, ເມືອງ ແລະ ຄະນະພັດທະນາແມ່ຍິງ 21 ບ້ານເປົ້າໝາຍເຂົ້າຮ່ວມ.

ຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງປູກຈິດສໍານຶກໃຫ້ຄະນະພັດທະນາບ້ານທີ່ເປັນແມ່ຍິງ, ຄະນະສະຫະພັນແມ່ຍິງບ້ານ ໃນຫົວຂໍ້ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນແມ່ຍິງລາວ, ມາລະຍາດໃນສັງຄົມ ແລະ ມະນຸດສໍາພັນ, ຄວາມຮູ້ພື້ນຖານຜູ້ນໍາ ແລະ ການເປັນຜູ້ນໍາ, ຄວາມໝາຍຄວາມສໍາຄັນໃນການພັດທະນາ, ຄວາມສະເໝີພາບຍິງ-ຊາຍໃນການພັດທະນາ ເຮົາຈະໄດ້ພ້ອມກັນເອົາໃຈ ໃສ່ຄົ້ນຄວ້າປະກອບຄໍາຄິດເຫັນ, ຄໍາເຫັນດ້ວຍຄວາມຈິງໃຈ.

About admins14