ກອງປະຊຸມປະຈໍາໄຕມາດ ຄົບຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງທ່າພະບາດ ຄັ້ງທີ່ III ສະໄໝທີ IV

ກອງປະຊຸມປະຈໍາໄຕມາດ ຄົບຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຄັ້ງທີ III ສະໄໝທີ IV ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2022 ຢູ່ຫ້ອງປະຊຸມ ກອງບັນຊາການ ປກສ ເມືອງທ່າພະບາດ, ໂດຍການເປັນປະທານ ຂອງ ສະຫາຍ ພັທ ດວງໄຊ ຈັນທະວັງໂສ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງທ່າພະບາດ, ມີບັນດາສະຫາຍຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກ ເຂົ້າຮ່ວມ

ກອງປະຊຸມ ໄດ້ຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດມະຕິ ກອງປະຊຸມຂອງຄະນະພັກຮາກຖານ, ຜ່ານບົດສໍາຫຼວດການນໍາພາລວມ ແລະ ຜ່ານບົດສະຫຼຸບຜົນງານ 6 ເດືອນຜ່ານມາ. ພ

ບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມໄດ້ຄົ້ນຄ້ວາປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ ເຂົ້າໃສ່ຮ່າງບົດສະຫຼຸບ, ທິດທາງແຜນການ, ບົດສໍາຫຼວດຂອງຄະນະພັກຮາກຖານ ດ້ວຍຄວາມຮັບຜິດຊອບສູງ, ກອງປະຊຸມໄດ້ຍົກບາງດ້ານ ເຊິ່ງເຫັນໄດ້ຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການນໍາພາ-ຊີ້ນໍາໃນໄລຍະຜ່ານມາ, ພ້ອມກັນນີ້ກໍ່ໄດ້ຊອກຫາວິທີແກ້ໄຂ, ເພື່ອເຮັດໃຫ້ການນໍາພາໄດ້ຮັບການປັປປຸງດີຂຶ້ນກວ່າເກົ່າ.

ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ສະຫາຍໄດ້ຍ້ອງຍໍຊົມເຊີຍໃນການຈັດຕັ້ງປະຕິບັດໃນໄລຍະຜ່ານ, ເຊິ່ງມີບາງດ້ານ ບັນດາສະຫາຍຈະຕ້ອງໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ – ນໍາພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ – ນັກຮົບດ້ວຍຮູບການຈັດຕັ້ງເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງຕ່າງໆ ຂອງພັກ ບັນດາຂໍ້ຫ້າມຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ.

 

 

 

 

 

 

 

 

 

 

 

 

 

 

 

 

About admin11